Underground Geotech Engineer
Phu Bia Mining
ຊ່າງຢາງລົດ - ລະດັບ 1 ມາຮ່ວມເປັນສ່ວນຫນຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ, ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ເຂົ້າ ຮ່ວມ ທີມ ຂອງ ພວກ ເຮົາ ທີ່ ມີ ບົດ ບາດ ທີ່ ໜ້າ ສົ ນ ໃຈ, ການ ບຳ ລຸງ ຮັກ ສາ ແລະ ການ ສ້ອມ ແປງ ດ້ວຍ ກົດ ລະ ບຽບ ແລະ ມາດ ຕະ ຖານ ຄວາມ ປອດ ໄພ ທີ່ ກຳ ນົດ ໂດຍ ພູ ເບ້ຍ ມາຍ ນິ້ງ ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫຼາກຫຼາຍ ( ປະຈໍາສະໜາມຫ້ວຍຊາຍ ແລະ ເຮັດວຽກ 20 ມື້ ພັກ 8 ມື້ ) ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ. ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ. ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ. ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້. ຊ່າງຢາງລົດ - ລະດັບ 1 ຈະລາຍງານຫນ້າວຽກຫາ ຫົວໜ້າທີມຢາງລົດ, ໂດຍຈະມີໜ້າທີ່ຮັບຜິດຊອບສ້ອມແປງ ແລະ ປ່ຽນຖ່າຍຢາງລົດທຸກປະເພດ ແລະ ປະຕິບັດກິດຈະກຳປະຈຳວັນໃນການບໍາລຸງຮັກສາທັງໝົດທີ່ໄດ້ຮັບມອບໝາຍຈາກຫົວໜ້າຄຸມງານ. ໜ້າທີ່ຮັບຜິດຊອບຫຼັກຂອງທ່ານຈະມີດັ່ງລຸ່ມນີ້: ປະຕິບັດທຸກໆກິດຈະກຳການບຳລຸງຮັກສາ, ຈອດຢາງ, ກວດເຊັກຢາງຕາມແຜນການ ແລະ ມອບໝາຍຂອງຜູ້ຄຸມງານປະຈຳວັນ. ດໍາເນີນວຽກງານຕ່າງໆທີ່ຮຽກຮ້ອງຕ້ອງການໂດຍຫົວໜ້າຄຸມງານ ບົນພື້ນຖານຄວາມສາມາດຂອງຕົນເອງໂດຍບໍ່ລໍຄອຍການຊີ້ນຳຈາກຫົວໜ້າຄຸມງານ, ຮັບປະກັນວ່າສາມາດສໍາເລັດໜ້າວຽກຂອງຕົນເອງຕາມກໍານົດເວລາທີ່ກໍານົດໂດຍບໍລິສັດພູເບ້ຍມາຍນີງ. ລາຍງານການເກີດປະຕິເຫດ/ເຫດການສຸກເສີນທີ່ເກີດຂຶ້ນທັງໝົດ ແກ່ຫົວໜ້າຄຸມງານໄວເທົ່າທີ່ເປັນໄປໄດ້. ບໍລິຫານເຄື່ອງມືເພື່ອຮັບປະກັນວ່າ ເຄື່ອງມືທັງໝົດເປັນລະບຽບ, ພ້ອມໃນການໃຊ້ງານ ແລະ ຕ້ອງແນ່ໃຈວ່າຕົນເອງບໍ່ໄດ້ນໍາໃຊ້ເຄື່ອງມືທີ່ມີຄວາມບົກຜ່ອງ ຄຸນສົມບັດທີ່ຄວນມີສໍາຫຼັບຕຳແໜ່ງນີ້: ຮຽນຈົບຊັ້ນກາງ-ຊັ້ນສູງໃນສາຂາຊ່າງສ້ອມແປງ ແລະ ສາຂາອື່ນໆທີ່ກ່ຽວຂ້ອງກັບຢາງ ມີປະສົບການຢ່າງໜ້ອຍ 6 ເດືອນ ໃນດ້ານການສ້ອມແປງກົນຈັກໜັກ ຫຼື ລົດເບົາ ມີປະສົບການເຮັດວຽກຢູ່ຮ້ານປ່ຽນຢາງມາກ່ອນຈະພິຈາລະນາເປັນພິເສດ ມີຄວາມກະຕືລືລົ້ນໃນໜ້າທີ່ວຽກງານ ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ ມີໃບອະນຸຍາຂັບຂີ່ BC ຖ້າທ່ານມີຄຳຖາມກ່ຽວກັບຂະບວນການຈັດສັນງານ, ທ່ານສາມາດຕິດຕໍ່ຫາທີມງານຈັດສັນງານໄດ້ທີ່ເບີ +856 (0) 21 268 000. ຖ້າທ່ານຢາກຮູ້ຂໍ້ມູນເພີ່ມເຕີມສຳຫຼັບບໍລິສັດ, ສາມາດເຂົ້າເບິ່ງເວັບໄຊ www.PanAust.com.au ຖ້າທ່ານສົນໃຈຢາກສະໝັກຕໍາແໜ່ງນີ້, ສາມາດສົ່ງໃບສະໝັກຂອງທ່ານມາທີ່ອີເມວ [email protected] ຫຼື ສະໝັກອອນໄລໄດ້ທີ່ : https://career10.successfactors.com/sfcareer/jobreqcareer?jobId=17131&company=PanAust
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ມີປະສົບການ (ບໍ່ແມ່ນຜູ້ບໍລິຫານ)
ປະສົບການ (ປີ)
3 – 5 ປີ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
Full-time
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ເຫດໃດເຈົ້າຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງເຈົ້າສຳລັບຕຳແໜ່ງນີ້.
Phu Bia Mining is an employer in the Management industry based in Xaisomboun (panaust.com.au). They currently have 8 open roles on Job365, including Dispatch Officer, Senior QA/QC Officer, Process Trainer. This profile was auto-compiled from public job postings and has not yet been verified by the company.
Phu Bia Mining
Lao Coca-Cola Bottling Company Limited
Lane Xang Minerals Limited Company