

ປະກາດເຊີນປະມູນ ພິມປະຕິທິນ2027
Land Information Working (LIWG)ກ່ຽວກັບຕຳແໜ່ງ
ປະກາດເຊີນປະມູນ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແມ່ນເຄືອຂ່າຍຂອງອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ທີ່ເຮັດວຽກສົ່ງເສີມກ່ຽວກັບສິດໃນການຄຸ້ມຄອງນຳໃຊ້ທີ່ດິນໃຫ້ແກ່ຊຸມຊົນ ຊຶ່ງເປັນພາກສ່ວນໜຶ່ງຂອງເຄືອຂ່າຍອົງການຈັດຕັ້ງສາກົນ (INGO Network) ໃນ ສປປ ລາວ. ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສົ່ງເສີມການແບ່ງປັນຂໍ້ມູນຂ່າວສານ, ການມີສ່ວນຮ່ວມ ແລະ ການຕັດສິນໃຈຂອງຊຸມຊົນ ເພື່ອຮັບປະກັນການຄຸ້ມຄອງບໍລິຫານທີ່ດິນທີ່ໂປ່ງໃສ. ໃນນັ້ນ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ໄດ້ພັດທະນາປະຕິທິນກົດໝາຍ ໂດຍລວບລວມເອົາບັນດາມາດຕາຂອງກົດໝາຍ ທີ່ຕິດພັນກັບບັນຫາທີ່ດິນທີ່ປະກົດຂຶ້ນໃນ ສປປ ລາວ ໃນຮູບແບບທີ່ສ້າງສັນ ແລະ ເຂົ້າໃຈງ່າຍ ໂດຍການແຕ້ມຮູບປະກອບ ເພື່ອນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ ບັນດາລະບຽບກົດໝາຍອອກສູ່ສັງຄົມໃຫ້ກວ້າງຂວາງ ພ້ອມທັງປູກຈິດສຳນຶກກ່ຽວກັບການຄຸ້ມຄອງການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໃຫ້ກຸ່ມປະຊາຊົນທີ່ມີຂໍ້ຈຳກັດໃນການເຂົ້າເຖິງຂໍ້ມູນ ດ້ານລະບຽບກົດໝາຍ ແລະ ເປັນຕົ້ນຜູ້ທີ່ມີຄວາມທ້າທາຍໃນການອ່ານໜັງສື ໂດຍສະເພາະ ພໍ່ແມ່ປະຊາຊົນທີ່ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ. ພວກເຮົາຂໍເປີດໂອກາດໃຫ້ບໍລິສັດທີ່ສົນໃຈໃນການຈັດພິມປະຕິທິນກົດໝາຍ ດັ່ງລາຍລະອຽດລຸ່ມນີ້: ຂໍ້ມູນກ່ຽວກັບ ປະຕິທິນກົດໝາຍ 2027 ລາຍການ ຂະໜາດ ຈຳນວນ ປະຕິທິນແຂວນຝາ ປະຕິທິນແຂວນຝາ (8 ໜ້າ) ຊື່: ປະຕິທິນກົດໝາຍ 2027 ຂະໜາດ: ກວ້າງ 40 ຊມ x ຍາວ 60 ຊມ ນ້ຳໜັກ: 160 gsm ປະເພດເຈ້ຍ: ເຈ້ຍ gloss art paper ສີ: 4 ສີ (ພິມຂ້າງດຽວ) ການຫຸ້ມຫໍ່: 25 ອັນຕໍ່ຊຸດ ລາຄາ 10,000-10 ,999 ສະບັບ ລາຄາ 11,000-11 ,999 ສະບັບ ລາຄາ 12,000-12 ,999 ສະບັບ ລາຄາ 13,000 ສະບັບຂື້ນໄປ ໝາຍເຫດ: ລາຄາແມ່ນ ລວມອາກອນ 10% ແລະ ຄ່າຂົນສົ່ງພາຍໃນນະຄອນຫຼວງວຽງຈັນ ແລະ ຄ່າຝາກໄປຕ່າງແຂວງ. ເງື່ອນໄຂການຊໍາລະເງິນ ການຊຳລະເງິນ ແມ່ນຈະແບ່ງອອກເປັນ 02 ຄັ້ງ ດັ່ງນີ້: ຄັ້ງທີ 01 ແມ່ນຊຳລະພາຍຫຼັງຈາກເຊັນສັນຍາ ໂດຍອົງການ LIWG ຈະຈ່າຍຄ່າມັດຈຳ 20% ຂອງມູນຄ່າລວມຂອງສັນຍາ. ຄັ້ງທີ 02 ແມ່ນຈະຊຳລະພາຍໃນໄລຍະເວລາ 03 ເດືອນ ພາຍຫຼັງຈາກ ຫ້ອງການ LIWG ແລະ ສະມາຊິກ ທີ່ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໄດ້ຮັບສິນຄ້າແລ້ວ . ໃນການຊຳລະດັ່ງກ່າວ ບໍລິສັດຕ້ອງຕອບສະໜອງ ໃບບິນອາກອນໃຫ້ແກ່ຜູ້ສັ່ງຊື້ ໃຫ້ຄົບຕາມມູນຄ່າການສັ່ງຊື້. 3. ເງື່ອນໄຂການຂົນສົ່ງ ກຳນົດເວລາໃນການສົ່ງມອບປະຕິທິນ ແມ່ນພາຍໃນ 1-2 ອາທິດ ພາຍຫຼັງຈາກເຊັນສັນຍາ. ບໍລິສັດຈະເປັນຜູ້ຮັບຜິດຊອບໃນການສົ່ງມອບປະຕິທິນໃຫ້ແກ່ທຸກອົງການຈັດຕັ້ງ ແລະ ຫ້ອງການ ລວມທັງຫ້ອງການທີ່ໄດ້ສັ່ງຊື້ ແລະ ຫ້ອງການທີ່ LIWG ມີແຜນແຈກຢາຍ ທັງພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ໃນຂະບວນການສົ່ງມອບດັ່ງກ່າວ, ບໍລິສັດຈະເປັນຜູ້ຮັບຜິດຊອບໃນການປະສານງານກັບບັນດາອົງການຈັດ ຕັ້ງ ແລະ ຫ້ອງການ ເພື່ອສັງລວມລາຍລະອຽດຂໍ້ມູນກ່ຽວກັບສະຖານທີ່ຈັດສົ່ງ ຕາມລາຍຊື່ການຕິດຕໍ່ທີ່ອົງການ LIWG ເປັນຜູ້ສະໜອງໃຫ້. ບໍລິສັດຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການສົ່ງມອບປະຕິທິນ ຊຶ່ງສາມາດລວມຄ່າຂົນສົ່ງດັ່ງກ່າວທັງພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຂົ້າໃນໃບສະເໜີລາຄາ (LIWG ຈະສະໜອງຂໍ້ມູນຂອງແຕ່ລະຫ້ອງການໃຫ້ກັບບໍລິສັດ). 4. ການຮັກສາແບບພິມ ( Frame) ໂຮງພິມຕ້ອງຮັກສາ ແບບພິມ ຂອງປະຕິທິນໄວ້ 2 ເດືອນ. ຖ້າໃນກໍລະນີສັ່ງພິມຄັ້ງທີ 2 ລາຄາຈະຕ້ອງບໍ່ມີການປ່ຽນແປງ ຈາກການສັ່ງພິມຄັ້ງທີ 1. 5. ລາຍລະອຽດເອກະສານທີ່ຕ້ອງປະກອບມີ ລາຍລະອຽດຂອງບໍລິສັດ (ຊື່, ທີ່ຕັ້ງ, ຕິດຕໍ່). ເອກະສານຄັດຕິດ: ສຳເນົາໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ. ໃບສະເໜີລາຄາເປັນເງິນກີບ ລວມອາກອນມູນຄ່າເພີ່ມ. ໃບສະເໜີລາຄາ ແມ່ນຕ້ອງລວມຄ່າບໍລິການທັງໝົດ ຕາມທີ່ໄດ້ກຳນົດໃນເງື່ອນໄຂຂ້າງເທິງ. ສຳລັບຂໍ້ມູນເພີ້ມເຕີມກະລຸນາຕິດຕໍ່: [email protected] Tel: +856 20 57913770 ນ. ເມລິສາ ກຳນົດສົ່ງເອກະສານປະກອບ ແລະ ໃບສະເຫນີລາຄາ: ວັນທີ 20 ພະຈິກ 2026. ຫຼື ຕິດຕໍ່ພວກເຮົາ: c/o Helvetas Laos, ເຮືອນເລກທີ 474, ບ້ານ ສະພັງໝໍ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ
ໜ້າທີ່ຮັບຜິດຊອບ
- ສົ່ງປະຕິທິນກົດໝາຍໃຫ້ອົງກອນ ແລະ ຫ້ອງການທັງໝົດໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ພາຍໃນ 1-2 ອາທິດຫຼັງຈາກເຊັນສັນຍາ
- ປະສານງານກັບອົງກອນ ແລະ ຫ້ອງການຕ່າງໆ ເພື່ອເກັບກຳຂໍ້ມູນສະຖານທີ່ສົ່ງມອບຢ່າງລະອຽດ ຕາມລາຍຊື່ຕິດຕໍ່ທີ່ LIWG ໄດ້ສະໜອງໃຫ້
- ເກັບຮັກສາແມ່ພິມປະຕິທິນໄວ້ເປັນເວລາ 2 ເດືອນ
- ສະໜອງຂໍ້ມູນບໍລິສັດຢ່າງລະອຽດ (ຊື່, ທີ່ຢູ່, ຂໍ້ມູນຕິດຕໍ່) ແລະ ເອກະສານສະໜັບສະໜູນ
ຄຸນສົມບັດທີ່ຕ້ອງການ
- ເອກະສານຈົດທະບຽນວິສາຫະກິດ ແລະ ຈົດທະບຽນພາສີທີ່ຖືກຕ້ອງ
- ອອກໃບບິນສຳລັບການສົ່ງມອບທຸກຄັ້ງ ໂດຍມີມູນຄ່າອາກອນທີ່ຖືກຕ້ອງ
- ສະໜອງປະຕິທິນເທິງເຈ້ຍກອສອາດພິມ 4 ສີ (40cm x 60cm, 160gsm)
- ສົ່ງມອບພາຍໃນ 1-2 ອາທິດຫຼັງຈາກເຊັນສັນຍາ
- ເກັບຮັກສາແມ່ພິມໄວ້ 2 ເດືອນ
ຄຸນສົມບັດທີ່ມັກ
- Experience in printing legal/educational materials
- Ability to manage multi-location distribution across provinces
ສາຂາ
- Vientiane Capital (c/o Helvetas Laos, House No. 474, Ban Saphang Mak, Sikhottabong District)
- Multiple province locations throughout Laos
ທັກສະ
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ບໍ່ໄດ້ລະບຸ
ປະສົບການ (ປີ)
ບໍ່ໄດ້ລະບຸ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
20 ພ.ຈ. 2026
ຖ້າມີຍິ່ງດີ
- Experience in printing legal/educational materials
- Ability to manage multi-location distribution across provinces
ວຽກທີ່ຄ້າຍຄືກັນ


Supervisor Trainer - Filter Plant
Lane Xang Minerals Limited Company

Avis de consultation | Consultation notice
Le Lycée Français International de Vientiane