

ພະນັກງານພາກສະໜາມ - ລະດັບ 3
Phu Bia Miningກ່ຽວກັບຕຳແໜ່ງ
ພະນັກງານພາກສະໜາມ - ລະດັບ 3 ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ , ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ໂອກາດ ທີ່ດີ ໃນການເຮັດວຽກກັບ ບໍລິສັດ ພູເບ້ຍ ມາຍນິ້ງ ພາຍໃຕ້ພະແນກພັດທະນາຊັບພະຍາກອນ ບໍ່ ແຮ່ ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫຼາກຫຼາຍ ( ຢູ່ສະໜາມພູຄໍາ, ແຂວງ ໄຊສົມບູນ , ເຮັດ ວຽກ 20 ມື້ , ພັກ 7 ມື້ ) ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ. ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ. ນີ້ແມ່ນໂອກາດທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ. ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ. ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້. ໜ້າທີ່ຮັບຜິດຊອບມີດັ່ງນີ້ : ປະຕິບັດວຽກເຕັກນິກພາກສະໜາມຕາມຂັ້ນຕອນ, ຄຳແນະນຳ ແລະ ແຜນວຽກປະຈຳວັນທີ່ໄດ້ຮັບອະນຸມັດ. ດຳເນີນການວັດແທກພາກສະໜາມ, ເກັບຂໍ້ມູນ GPS, ໝາຍຈຸດທີ່ຕັ້ງ ແລະ ປະຕິບັດວຽກສຳຫຼວດທີ່ກ່ຽວຂ້ອງ. ເກັບ, ຕິດສະຫຼາກ, ບັນທຶກ, ບັນຈຸ ແລະ ຂົນສົ່ງຕົວຢ່າງໃຫ້ຖືກຕ້ອງ. ຊ່ວຍເຫຼືອວຽກເຈາະ ລວມທັງການກະກຽມພື້ນທີ່ເຈາະ, ການຈັດການ ແລະ ຂົນສົ່ງແກນເຈາະ. ນຳໃຊ້, ກວດກາ ແລະ ບຳລຸງຮັກສາອຸປະກອນ, ເຄື່ອງມື ແລະ ພາຫະນະທີ່ໄດ້ຮັບມອບໝາຍ. ປະຕິບັດວຽກຢ່າງປອດໄພຕາມຂໍ້ກຳນົດຂອງບໍລິສັດພ້ອມທັງລາຍງານບັນຫາຕໍ່ຫົວໜ້າທີມທັນທີ. ຄຸນສົມບັດທີ່ຄວນມີສໍາຫຼັບຕໍາແໜ່ງນີ້ມີ : ຮຽນຈົບໃນສາຂາຊອກຄົ້ນສໍາຫຼວດ, ສາຂາປຸງແຕ່ງແຮ່, ສາຂາສໍາຫຼວດແຜນທີ່ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ ມີປະສົບການ 2 ປີໃນຂະແໜງຊອກຄົ້ນສໍາຫຼວດ ຫຼື ທໍລະນີສາດ ສາມາດເວົ້າ, ອ່ານ ແລະ ຂຽນພາສາອັງກິດໄດ້ໃນລະດັບພື້ນຖານຈະພິຈາລະນາເປັນພິເສດ. ສາມາດນໍາໃຊ້ຄອມພິວເຕີໄດ້ໃນລະດັບພື້ນຖານ ມີໃບຂັບຂີ່ຫ້ອງ AB ຈະພິຈາລະນາ ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ ຖ້າ ທ່ານ ສົນ ໃຈ ສາມາດ ສົ່ງໃບ ສະ ໝັກ ຜ່ານ ທາງ ເວັບ ໄຊ້ ອອນ ລາຍ ຂອງ ພວກ ເຮົາ ໄດ້ ທີ່ ລິ້ງ ຂ້າງ ລຸ່ມ ນີ້ : https://career10.successfactors.com/sfcareer/jobreqcareer?jobId=17351&company=PanAust ຫຼື ສາມາດສົ່ງໃບສະໝັກຂອງທ່ານຜ່ານທາງອີເມລ: [email protected] ຫຼື ຜ່ານທາງເບີ: 020 2811 9095 ກະລຸນາດາວໂຫຼດໃບສະໝັກຂອງພວກເຮົາຜ່ານທາງລິ້ງ : ກົດລິ້ງເພື່ອດາວໂຫຼດແບບຟອມ
ໜ້າທີ່ຮັບຜິດຊອບ
- ປະຕິບັດວຽກເຕັກນິກພາກສະໜາມຕາມຂັ້ນຕອນ, ຄຳແນະນຳ ແລະ ແຜນວຽກປະຈຳວັນ
- ດຳເນີນການວັດແທກພາກສະໜາມ ເກັບຂໍ້ມູນ GPS ໝາຍຈຸດທີ່ຕັ້ງ
- ປະຕິບັດວຽກສຳຫຼວດໃນພາກສະໜາມຕາມຄວາມຕ້ອງການ
- ເກັບ ຕິດສະຫຼາກ ບັນທຶກ ບັນຈຸ ແລະ ຂົນສົ່ງຕົວຢ່າງ
- ຊ່ວຍເຫຼືອວຽກເຈາະ ກະກຽມພື້ນທີ່ ຈັດການ ແລະ ຂົນສົ່ງແກນ
- ນຳໃຊ້ ກວດກາ ແລະ ບຳລຸງຮັກສາອຸປະກອນ ເຄື່ອງມື ພາຫະນະ
- ປະຕິບັດວຽກຢ່າງປອດໄພ ລາຍງານບັນຫາຕໍ່ຫົວໜ້າທີມ
ຄຸນສົມບັດທີ່ຕ້ອງການ
- ຮຽນຈົບສາຂາຊອກຄົ້ນສໍາຫຼວດ ປຸງແຕ່ງແຮ່ ສໍາຫຼວດແຜນທີ່ ຫຼື ທີ່ກ່ຽວຂ້ອງ
- ມີປະສົບການ 2 ປີໃນຂະແໜງຊອກຄົ້ນສໍາຫຼວດ ຫຼື ທໍລະນີສາດ
- ສາມາດເວົ້າ ອ່ານ ແລະ ຂຽນພາສາອັງກິດໃນລະດັບພື້ນຖານ
- ສາມາດນໍາໃຊ້ຄອມພິວເຕີໃນລະດັບພື້ນຖານ
- ສັນຊາດລາວ
ຄຸນສົມບັດທີ່ມັກ
- ມີໃບຂັບຂີ່ຫ້ອງ AB
- ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ
ສະຫວັດດີການ
- ເງິນເດືອນ ແລະ ຜົນປະໂຫຍດຫຼາກຫຼາຍ
- ປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ
- ບໍລິການອາຫານ (ລາວ, ເອເຊຍ, ຕາເວັນຕົກ)
- ບໍລິການທໍາຄວາມສະອາດ
- ສິ່ງອໍານວຍຄວາມສະດວກກິລາ
- ທີ່ພັກທັນສະໄໝຢູ່ພາກສະໜາມ
- ບໍ້ໂນັດສໍາລັບການເຮັດວຽກນໍາ
- ວຽກ 20 ມື້ ພັກ 8 ມື້ ຫຼື ວຽກ 14 ມື້ ພັກ 7 ມື້ (ເປັນຜຽນ)
ສາຂາ
- ພູຄໍາ ແຂວງ ໄຊສົມບູນ
- ບ້ານຫ້ວຍຊາຍ
- ວຽງຈັນ (ສໍາຫຼັບກໍາມະກອນຫ້ອງການ)
ທັກສະ
ພາສາ
ລາວ, ອັງກິດ
ລະດັບປະສົບການ
ມີປະສົບການ (ບໍ່ແມ່ນຜູ້ບໍລິຫານ)
ປະສົບການ (ປີ)
3 – 5 ປີ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ຖ້າມີຍິ່ງດີ
- ມີໃບຂັບຂີ່ຫ້ອງ AB
- ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ
ເຫດໃດທ່ານຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງທ່ານສຳລັບຕຳແໜ່ງນີ້.
Phu Bia Mining is currently hiring in Laos, with 11 open roles listed on Job365. Its postings suggest activity in the Mining & Resources sector, with hiring locations in Xaisomboun and Vientiane Capital. The company is recruiting across categories including Admin & HR, Engineering & IT, Banking & Finance, and Logistics & Supply Chain. Sample roles include Plant Metallurgist, Metallurgical Technician - Level 2, Senior External Affairs Advisor, Senior Safety Officer, and Business Analyst, among others. Its job postings mention benefits such as family medical insurance, performance bonuses, housekeeping services, competitive salary and professional development support, as well as sports facilities and modern camp facilities. The company is based in Vientiane, and its website domain is panaust.com.au. This profile was auto-compiled from public job postings and has not yet been verified by the company.
ວຽກທີ່ຄ້າຍຄືກັນ


ຜູ້ຄຸ້ມຄອງທຸລະກິດ-ຄູ່ຮ່ວມທຸລະກິດ
XANH SM SOLE CO., LTD

ວິຊາການບໍ່ແຮ່ Geologist
ບໍລິສັດ ແມ່ຂອງລາວ ພັດທະນາ ກຣຸບ ຈຳກັດຜູ້ດຽວ