
ຜູ້ຈັດການແຄ້ມ/Camps Manager
The HALO Trustກ່ຽວກັບຕຳແໜ່ງ
ຜູ້ຈັດການແຄ້ມ ຕໍາແໜ່ງ: ຜູ້ຈັດການແຄ້ມ ພະແນກ: ອຳນວຍຄວາມສະດວກ ສະຖານທີ່: ຫ້ອງການເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ, ພ້ອມກັບການເດີນທາງໄປແຄ້ມພາກສະໜາມເປັນປະຈຳ ລະດັບຕຳແໜ່ງ: 2.1 ເວລາເຮັດວຽກ: ເຕັມເວລາ ປະເພດສັນຍາການຈ້າງງານ : ສັນຍາມີກຳນົດ ( ອາດມີການຕໍ່ສັນຍາ ) ລາຍງານເຖິງ : ຜູ້ຈັດການອຳນວຍຄວາມສະດວກ ຜູ້ລາຍງານທາງກົງ : ທີມແຄ້ມ , ລວມທັງ ຊ່າງໄຟຟ້າ ແລະ ພະນັກງານນ້ຳ, ສຸຂະພິບານ ແລະ ສຸຂະອະນາໄມ (WASH) ຜູ້ປະສານງານ / ຄວາມສຳພັນພາຍໃນທີ່ສຳຄັນ : ຝ່າຍປະຕິບັດງານ, ທີມອຳນວຍຄວາມສະດວກ, ທີມສະໜອງອຸປະກອນ, ຈັດຊື້, ຍານພາຫະນະ, ການເງິນ, ແພດ, ປ້ອງກັນຄຸ້ມຄອງ, ບຸກຄະລາກອນ, ພົວພັນ, ຄຸ້ມຄອງຂໍ້ມູນ (IM) ຜູ້ປະສານງານ / ຄວາມສຳພັນພາຍນອກທີ່ສຳຄັນ : ເຈົ້າຂອງເຮືອນ/ດິນ ແລະ ອຳນາດການປົກຄອງບ້ານ, ຜູ້ຮັບເໝົາ ແລະ ຜູ້ສະໜອງ ຈຸດປະສົງຂອງຕຳແໜ່ງ: ເພື່ອນຳພາໃນການປັບປຸງຄວາມປອດໄພ, ສະຫວັດດີການ, ສຸຂະພາບ ແລະ ສະພາບຄວາມເປັນຢູ່ຂອງພະນັກງານໃນແຄ້ມພາກສະໜາມ ທີ່ມີພະນັກງານຝ່າຍປະຕິບັດງານປະມານ 1,000 ຄົນອາໄສຢູ່. ກ່ຽວກັບ ອົງການ ຮາໂລ ປະຈໍາ ລາວ ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,100 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ. ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org ກ່ຽວກັບຕໍາແໜ່ງງານ ທີມງານເກັບກູ້ປະມານ 90 ທີມ ອາໄສຢູ່ໃນແຄ້ມພາກສະໜາມໃນແຕ່ລະເດືອນຕາມຮອບວຽນການເຮັດວຽກ. ແຄ້ມເຫຼົ່ານີ້ແມ່ນເຮືອນຂອງປະຊາຊົນທີ່ໃຫ້ເຊົ່າ ແລະ ທີມງານມັກຈະຍ້າຍສະຖານທີ່ປະມານສອງເທື່ອຕໍ່ປີ. ຕຳແໜ່ງນີ້ເປັນຕຳແໜ່ງໃໝ່ໃນພະແນກອຳນວຍຄວາມສະດວກ ແລະ ເປັນຕຳແໜ່ງທຳອິດໃນໂຄງການທີ່ຮັບຜິດຊອບແຄ້ມທີ່ພັກ. ຜູ້ຈັດການແຄ້ມ ເປັນຜູ້ກຳນົດມາດຕະຖານທີ່ແຄ້ມຕ່າງໆຕ້ອງປະຕິບັດຕາມ, ວາງແຜນການປັບປຸງ, ສ້າງສາ ແລະ ບໍລິຫານທີມງານຂະໜາດນ້ອຍເພື່ອດຳເນີນວຽກງານໃຫ້ບັນລຸຜົນ. ນີ້ແມ່ນບົດບາດດ້ານການບໍລິຫານ ໂດຍຜູ້ດຳລົງຕຳແໜ່ງຈະເປັນຜູ້ຄຸ້ມຄອງຊ່າງໄຟຟ້າ ແລະ ຜູ້ຊ່ຽວຊານດ້ານອື່ນໆ ແຕ່ຈະບໍ່ເປັນຕ້ອງລົງມືປະຕິບັດວຽກດ້ານໄຟຟ້າໂດຍກົງ. ໃນປີທຳອິດ ວຽກງານຫຼັກຂອງຕຳແໜ່ງນີ້ຄື ການພັດທະນາທີມບໍລິຫານຄຸ້ມຄອງແຄ້ມ, ການສ້າງ ແລະ ຕິດຕາມມາດຕະຖານແຄ້ມ, ພ້ອມທັງການວາງແຜນ ແລະ ປະຕິບັດຕາມແຜນການປັບປຸງແຄ້ມ ແລະ ໃຫ້ຄວາມສຳຄັນເປັນພິເສດຕໍ່ການປ້ອງກັນຄຸ້ມຄອງ (Safeguarding) ແລະ ຄວາມປອດໄພດ້ານໄຟຟ້າ. ຜູ້ດຳລົງຕຳແໜ່ງນີ້ຈະປະຈຳຢູ່ຫ້ອງການເຊໂປນ, ເດີນທາງໄປແຄ້ມພາກສະໜາມຢ່າງສະໝ່ຳສະເໝີ ແລະ ບາງຄັ້ງກໍພັກຄ້າງຄືນຢູ່ໃນແຄ້ມພາກສະໜາມກັບທີມງານ. ຜູ້ດຳລົງຕຳແໜ່ງຈະເຂົ້າຮ່ວມກອງປະຊຸມຫົວໜ້າພະແນກ ເມື່ອມີວາລະທີ່ກ່ຽວຂ້ອງກັບແຄ້ມ ແລະ ຕຳແໜ່ງນີ້ອາດພັດທະນາໄປເປັນຫົວໜ້າພະແນກສະເພາະໃນອະນາຄົດ ເມື່ອວຽກງານດ້ານແຄ້ມທີ່ພັກມີການຂະຫຍາຍຕົວ. ໜ້າທີ່ຮັບຜິດຊອບ ມາດຕະຖານ ແລະ ການກວດກາ ປັບໃຊ້ມາດຕະຖານຂັ້ນຕ່ຳທີ່ກຳນົດໄວ້ໃນແນວທາງການບໍລິຫານຄຸ້ມຄອງສິ່ງອຳນວຍຄວາມສະດວກໃນແຄ້ມຂອງ ຮາໂລ (GDL13B) ໃຫ້ເໝາະສົມເປັນມາດຕະຖານແຄ້ມຂອງ ຮາໂລ ລາວ. ສ້າງ ແລະ ປະສານງານການດຳເນີນແຜນປັບປຸງແຄ້ມ. ມາດຕະຖານແຄ້ມ ແລະ ແຜນປັບປຸງແຄ້ມຈະຄອບຄຸມຂໍ້ກຳນົດດ້ານການ ປົກປ້ອງຄຸ້ມຄອງ ລວມທັງການຈັດໃຫ້ພະນັກງານຊາຍ ແລະ ຍິງນອນແຍກກັນ, ຄວາມປອດໄພດ້ານໄຟຟ້າ ແລະ ການປ້ອງກັນອັກຄີໄພ, ນ້ຳ ສຸຂາພິບານ ແລະ ສຸຂະອະນາໄມ (WASH), ການປຸງແຕ່ງອາຫານ ແລະ ສຸຂະພາບ. ກຳນົດບູລິມະສິດຕາມລະດັບຄວາມສ່ຽງ ໂດຍອີງໃສ່ຄຳເຫັນຈາກພະນັກງານ ແລະ ລາຍງານຄວາມຄືບໜ້າຕາມແຜນງານໃນແຕ່ລະເດືອນ. ກຳນົດເກນ ແລະ ຂໍ້ກຳນົດທີ່ເຮືອນໜຶ່ງຫຼັງຕ້ອງມີ ກ່ອນທີ່ທີມງານຈະຍ້າຍເຂົ້າພັກອາໄສ. ຮັບປະກັນວ່າແຄ້ມໃໝ່ທຸກໆແຄ້ມໄດ້ຮັບການກວດປະເມີນຕາມເກນ ແລະ ຂໍ້ກຳນົດເຫຼົ່ານີ້ກ່ອນທີ່ທີມງານຈະຍ້າຍເຂົ້າ, ໂດຍປະສານງານຢ່າງໃກ້ຊິດກັບທີມປະຕິບັດງານ ແລະ ພະນັກງານວາງແຜນການປະຕິບັດງານ. ກຳນົດລາຍການຮັບປະກັນຄຸນນະພາບ (QA) ສຳລັບແຄ້ມ ແລະ ປະສານງານການຈັດຕາຕະລາງການກວດສອບ. ຄຸນນະພາບຂອງແຄ້ມແມ່ນໜ້າທີ່ຮ່ວມກັນຂອງທຸກຝ່າຍ: ຫົວໜ້າສາຍງານ, ຮອງຫົວໜ້າໜ່ວຍງານ, ຫົວໜ້າໜ່ວຍງານ, ຝ່າຍຄຸ້ມຄອງການປະຕິບັດງານ, ທີມແພດ, ຝ່າຍອຳນວຍຄວາມສະດວກ ແລະ ທີມງານແຄ້ມ ທີ່ຕ້ອງຮ່ວມກັນກວດສອບແຄ້ມ. ກວດກາບັນທຶກຂໍ້ມູນແຄ້ມໃນຖານຂໍ້ມູນ QA ເປັນປະຈຳ, ລະບຸບັນຫາ ແລະ ດຳເນີນມາດຕະການແກ້ໄຂທີ່ເໝາະສົມ. ຈັດຕັ້ງລະບົບການເກັບບັນທຶກຂໍ້ມູນສຳລັບແຄ້ມ ໂດຍອີງໃສ່ຂໍ້ມູນຈາກການສຳຫຼວດເບື້ອງຕົ້ນ ແລະ ຮັບປະກັນໃຫ້ບັນທຶກຂໍ້ມູນ ແລະ ແຟ້ມເອກະສານຂອງແຄ້ມ ໄດ້ຮັບການປັບປຸງໃຫ້ເປັນປະຈຸບັນຢູ່ສະເໝີ. ກຳນົດລະຫັດປະຈຳສຳລັບແຕ່ລະແຄ້ມໃນທະບຽນຂໍ້ມູນສິ່ງອຳນວຍຄວາມສະດວກ ຮ່ວມກັບພະແນກ IM. ໃຫ້ຄຳແນະນຳທີ່ສາມາດນຳໄປປະຕິບັດໄດ້ຈິງກ່ຽວກັບການບໍລິຫານຄຸ້ມຄອງແຄ້ມໃຫ້ແກ່ທີມງານ ໂດຍອີງໃສ່ມາດຕະຖານຂອງແຄ້ມທີ່ກຳນົດໄວ້ ແລະ ຮັບປະກັນວ່າຫົວໜ້າສາຍງານ ແລະ ຫົວໜ້າທີມ ໄດ້ຮັບການຝຶກອົບຮົມຢ່າງເໝາະສົມກ່ຽວກັບໜ້າທີ່ຂອງພວກເຂົາກ່ຽວກັບແຄ້ມ. ວຽກງານກ່ຽວກັບແຄ້ມ ຄຸ້ມຄອງທີມງານແຄ້ມ ໂດຍໃຫ້ຄວາມສຳຄັນເປັນພິເສດຕໍ່ການພັດທະນາ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່. ປະສານງານການບຳລຸງຮັກສາ, ການສ້ອມແປງ, ການປັບປຸງ ແລະ ການສະໜອງນ້ຳດື່ມໃຫ້ແກ່ແຄ້ມ ຮ່ວມກັບທີມງານອຳນວຍຄວາມສະດວກ ແລະ ໂລຈິສຕິກ. ຊອກຫາ ແລະ ຄຸ້ມຄອງຜູ້ຮັບເໝົາ ຕາມຄວາມຈຳເປັນ. ນຳພາວຽກງານດ້ານຄວາມປອດໄພຈາກອັກຄີໄພ ແລະ ຄວາມປອດໄພດ້ານໄຟຟ້າໃນແຄ້ມ ລວມທັງການຝຶກອົບຮົມການນຳໃຊ້ບັ້ງດັບເພີງ ແລະ ຄວາມປອດໄພໃຫ້ແກ່ພະນັກງານທີ່ຢູ່ໃນແຄ້ມ ຮ່ວມກັບພະນັກງານຝຶກອົບຮົມ. ເຮັດວຽກຮ່ວມກັບທີມແພດ ໃນວຽກງານສຸຂະພາບ ແລະ ສຸຂະອະນາໄມ, ແລະ ເຮັດວຽກຮ່ວມກັບພະນັກງານປ້ອງກັນຄຸ້ມຄອງ ໃນການຈັດແຈງບ່ອນນອນໃຫ້ເໝາະສົມ. ງົບປະມານ ແລະ ອຸປະກອນ ກະກຽມຂໍ້ສະເໜີພ້ອມລະບຸລາຄາສຳລັບການປັບປຸງ ແລະ ການລົງທຶນໃນຊັບສິນຖາວອນ ແລະ ບໍລິຫານງົບປະມານສຳລັບແຜນການປັບປຸງແຄ້ມ. ເຮັດວຽກຮ່ວມກັບພະແນກການເງິນ ໃນການສຳຫຼວດລາຄາຄ່າເຊົ
ໜ້າທີ່ຮັບຜິດຊອບ
- ກຳນົດ ແລະ ຈັດຕັ້ງປະຕິບັດມາດຕະຖານຂັ້ນຕ່ຳສຳລັບຄ້າຍພາກສະໜາມ ຕາມແນວທາງຂອງ Halo (GDL13B)
- ສ້າງ ແລະ ປະສານງານແຜນການປັບປຸງຄ້າຍ
- ດຳເນີນການກວດກາ ແລະ ປະເມີນຄ້າຍເປັນປະຈຳກ່ອນທີມງານຈະເຂົ້າໃຊ້ງານ
- ກຳນົດລາຍການກວດສອບການຮັບປະກັນຄຸນນະພາບ (QA) ສຳລັບຄ້າຍ ແລະ ປະສານງານຕາຕະລາງການກວດກາ
- ຈັດການຖານຂໍ້ມູນຂໍ້ມູນຄ້າຍ ແລະ ຮັບປະກັນໃຫ້ບັນທຶກຂໍ້ມູນຖືກປັດຈຸບັນສະເໝີ
- ຈັດລະບົບການເກັບຮັກສາບັນທຶກຂໍ້ມູນຄ້າຍໂດຍອີງໃສ່ການສຳຫຼວດເບື້ອງຕົ້ນ
- ໃຫ້ຄຳແນະນຳທາງປະຕິບັດດ້ານການຈັດການຄ້າຍແກ່ທີມພາກສະໜາມ
- ຮັບປະກັນໃຫ້ຜູ້ຄຸມງານໄດ້ຮັບການຝຶກອົບຮົມທີ່ເໝາະສົມກ່ຽວກັບໜ້າທີ່ຮັບຜິດຊອບດ້ານຄ້າຍ
- ກຳກັບດູແລການຈັດການທີມຄ້າຍ ໂດຍເນັ້ນໃສ່ການພັດທະນາ ແລະ ຄວາມຮັບຜິດຊອບ
- ປະສານງານການບຳລຸງຮັກສາ, ການສ້ອມແປງ, ການຍົກລະດັບ ແລະ ການສະໜອງນ້ຳໃຫ້ຄ້າຍ
- ກຳນົດ ແລະ ຈັດການຜູ້ຮັບເໝົາຕາມຄວາມຈຳເປັນ
- ນຳພາການດຳເນີນງານດ້ານຄວາມປອດໄພຈາກໄຟໄໝ້ ແລະ ຄວາມປອດໄພທາງໄຟຟ້າພາຍໃນຄ້າຍ
- ດຳເນີນການຝຶກອົບຮົມການໃຊ້ຖັງດັບເພີງ ແລະ ການຊີ້ແຈງດ້ານຄວາມປອດໄພໃຫ້ພະນັກງານ
- ປະສານງານຮ່ວມກັບທີມແພດໃນວຽກງານສຸຂະພາບ ແລະ ສຸຂາພິບານ
- ເຮັດວຽກຮ່ວມກັບພະນັກງານດ້ານການປົກປ້ອງ ເພື່ອຮັບປະກັນການຈັດການທີ່ພັກນອນທີ່ເໝາະສົມ
ຄຸນສົມບັດທີ່ຕ້ອງການ
- Camp management or facilities management experience
- Leadership and team management skills
- Knowledge of humanitarian/NGO operations standards
- Ability to set and enforce quality standards
- Experience with camp or accommodation management
- Ability to work in field camp environments
- Experience with budget planning and management
- Knowledge of health, sanitation, and safety standards (WASH, fire safety, electrical safety)
- Ability to manage multiple teams and contractors
- Record-keeping and database management experience
ຄຸນສົມບັດທີ່ມັກ
- Experience with safeguarding policies and child protection
- Experience in international humanitarian organizations
- Technical background in facilities or maintenance management
- Experience with NGO reporting and quality assurance systems
- Project management certification
ສະຫວັດດີການ
- ການຈັດຕັ້ງທີ່ດິນສິບຄົບ
- ສັນຍາເຮັດວຽກຮອບທີ່ກຳນົດ (ສາມາດຂະຫຍາຍໄດ້)
- ການຈັດຕັ້ງການດໍາເນີນງານຮອບລະດັບ: ປະມານ 22-23 ມື້ດໍາເນີນງາົນຕໍ່ເດືອນ, ດ້ານທີ່ເຫຼືອນຶ່ງແມ່ນມີສະພາບເປັນວັນຫວຽດ (ການພັກ)
- ຮອຍງານດຳເນີນງານທີ່ການດຶງດູດໃນເດືອນເດິກນີ້ກັບເວລາພັກທີ່ຍາວນານາດ
- ໂອກາດໃນການພັດທະນາຕຳແໜ່ງເຂົ້າໃນບົດບາດຂອງຫົວໜ້າພາກການດໍາເນີນງານຍອດສູງຂຶ້ນເມື່ອການດໍາເນີນງານໃນສະພາບແຫ່ງດິນຈະຂະຫຍາຍຕົວ
ສາຂາ
- Sepon Office, Savannakhet Province, Laos
ທັກສະ
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ລູກຄ້າເປົ້າໝາຍ
ປະສົບການ (ປີ)
ບໍ່ໄດ້ລະບຸ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ຖ້າມີຍິ່ງດີ
- Experience with safeguarding policies and child protection
- Experience in international humanitarian organizations
- Technical background in facilities or maintenance management
+2 ຍັງມີໃນປະກາດ
The HALO Trust (Hazardous Area Life-support Organisation) is a humanitarian non-governmental organisation that clears landmines and other explosive remnants of war left behind by conflict. Founded in 1988, it has grown to employ more than 10,000 staff across 28 countries, making it one of the world's largest humanitarian mine-action organisations. In Laos, HALO focuses on survey, explosive ordnance disposal, and UXO clearance in the most heavily contaminated districts of Savannakhet Province, addressing the legacy of unexploded submunitions from the Vietnam War era. Its Laotian operation has employed hundreds of national staff, with a strong emphasis on recruiting and training local teams, including women, to carry out clearance work in affected communities. Beyond clearance, HALO runs survey and risk-education programmes that help communities understand the threat, quantify remaining contamination, and return land safely to productive use.
ວຽກທີ່ຄ້າຍຄືກັນ


