
Test Post Dev 04
Semicolon Sole Co., Ltd.

ກ່ຽວກັບບໍລິສັດ iM Lao Leasing Co., Ltd. (iMLC) ແມ່ນບໍລິສັດລີສິງໃນ ສປປ ລາວ ທີ່ໃຫ້ບໍລິການສິນເຊື່ອລົດຍົນ ແລະ ບໍລິການທາງການເງິນທີ່ກ່ຽວຂ້ອງ. ບໍລິສັດມຸ່ງໝັ້ນໃນການຍົກລະດັບປະສິດທິພາບການດຳເນີນງານ, ຄວາມໝັ້ນຄົງທາງການເງິນ ແລະ ການຫັນໄປສູ່ດີຈິຕອນ ເພື່ອຮອງຮັບການຂະຫຍາຍຕົວທາງທຸລະກິດຢ່າງຍືນຍົງ. ເພື່ອຮອງຮັບການຂະຫຍາຍທຸລະກິດ ແລະ ການເສີມສ້າງໂຄງຮ່າງອົງກອນ, ພວກເຮົາກຳລັງຊອກຫາຜູ້ສະໝັກທີ່ມີຄວາມສາມາດ ແລະ ມີແຮງຈູງໃຈ ເພື່ອເຂົ້າຮ່ວມທີມງານຂອງພວກເຮົາ. ເປີດຮັບສະໝັກດ່ວນ! ຕຳແໜ່ງ: ນັກບັນຊີການເງິນ ພະແນກ: ພະແນກການເງິນ ລາຍງານຕໍ່: CRO & M.D ສະຖານທີ່ປະຈຳການ: ນະຄອນຫຼວງວຽງຈັນ, ສປປ ລາວ ສະຫຼຸບໜ້າທີ່ວຽກງານ ນັກບັນຊີການເງິນຈະຮັບຜິດຊອບໃນການສະໜັບສະໜູນ ແລະ ເສີມສ້າງການດຳເນີນງານດ້ານການເງິນ, ກະບວນການບັນຊີ ແລະ ກອບການຄວບຄຸມພາຍໃນຂອງບໍລິສັດ. ຕຳແໜ່ງນີ້ມີທ່າແຮງການເຕີບໂຕໃນອາຊີບ ແລະ ອາດໄດ້ຮັບການພິຈາລະນາໃຫ້ດຳລົງຕຳແໜ່ງຜູ້ນຳທີມໃນອະນາຄົດ ຕາມຜົນການປະຕິບັດງານ ແລະ ຄວາມສາມາດ. ໜ້າທີ່ຮັບຜິດຊອບຫຼັກ ການດຳເນີນງານດ້ານການເງິນ ດຳເນີນການ ແລະ ຕິດຕາມການຊຳລະເງິນ ແລະ ທຸລະກຳທາງການເງິນປະຈຳວັນ ຮັບປະກັນການຊຳລະເງິນໃຫ້ແກ່ຜູ້ໃຫ້ກູ້, ຄູ່ຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມກຳນົດເວລາ ປະສານງານກັບທະນາຄານ ແລະ ສະຖາບັນການເງິນ ບັນຊີ ແລະ ການລາຍງານ ບັນທຶກທຸລະກຳທາງບັນຊີຢ່າງຖືກຕ້ອງ ສະໜັບສະໜູນການປິດບັນຊີ ແລະ ການກວດກາຍອດຄົງເຫຼືອປະຈຳເດືອນ ຊ່ວຍຈັດກຽມບົດລາຍງານການເງິນ ແລະ ບົດລາຍງານການຄຸ້ມຄອງ ການບໍລິຫານກະແສເງິນສົດ ແລະ ສິນເຊື່ອ ຕິດຕາມຕາຕະລາງການເບິກຈ່າຍ ແລະ ການຊຳລະຄືນສິນເຊື່ອ ສະໜັບສະໜູນການຈັດການກະແສເງິນສົດ ແລະ ການຕິດຕາມການນຳໃຊ້ທຶນ ການປະຕິບັດຕາມກົດລະບຽບ ແລະ ການຄວບຄຸມພາຍໃນ ຈັດເກັບເອກະສານ ແລະ ຂັ້ນຕອນການອະນຸມັດໃຫ້ຖືກຕ້ອງຄົບຖ້ວນ ສະໜັບສະໜູນກິດຈະກຳກວດສອບພາຍໃນ ແລະ ພາຍນອກ ຮັບປະກັນການປະຕິບັດຕາມນະໂຍບາຍ ແລະ ລະບຽບການຂອງບໍລິສັດ ຄຸນສົມບັດ ແລະ ທັກສະ ຄຸນສົມບັດ ສຳເລັດການສຶກສາລະດັບປະລິນຍາຕີ ສາຂາບັນຊີ, ການເງິນ ຫຼື ສາຂາທີ່ກ່ຽວຂ້ອງ ມີປະສົບການທີ່ກ່ຽວຂ້ອງຢ່າງໜ້ອຍ 7 ປີ ມີປະສົບການໃນດ້ານລີສິງ, ທະນາຄານ ຫຼື ສະຖາບັນການເງິນຈະໄດ້ຮັບການພິຈາລະນາເປັນພິເສດ ທັກສະ ແລະ ຄວາມສາມາດ ມີຄວາມຮູ້ດ້ານບັນຊີ ແລະ ການເງິນທີ່ເຂັ້ມແຂງ ມີຄວາມເຂົ້າໃຈດີກ່ຽວກັບການດຳເນີນງານທາງການເງິນ ແລະ ການລາຍງານ ມີຄວາມລະອຽດຮອບຄອບ ແລະ ຄວາມຖືກຕ້ອງສູງ ໃຊ້ Excel ໄດ້ດີ ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ສ່ົງມອບວຽກທັນກຳນົດ ມີຄວາມຮັບຜິດຊອບ ແລະ ຄວາມຊື່ສັດ ມີທ່າແຮງດ້ານຄວາມເປັນຜູ້ນຳ ແລະ ຄວາມຕັ້ງໃຈໃນການພັດທະນາຕົນເອງ ເປັນຫຍັງຈຶ່ງຄວນຮ່ວມງານກັບ iMLC? ໂອກາດໃນການເຕີບໂຕ ແລະ ພັດທະນາອາຊີບ ສະພາບແວດລ້ອມການເຮັດວຽກທີ່ເປັນມືອາຊີບ ແລະ ມີການຮ່ວມມືກັນ ໂອກາດໃນການມີສ່ວນຮ່ວມໃນໂຄງການຫັນໂຉມບໍລິສັດ ໂອກາດໃນການຝຶກອົບຮົມ ແລະ ຮຽນຮູ້ ຜົນຕອບແທນ ແລະ ສະຫວັດດີການທີ່ແຂ່ງຂັນໄດ້ ຕາມນະໂຍບາຍຂອງບໍລິສັດ: ເງິນເດືອນ ປະກັນສັງຄົມ (LSSO) ປະກັນສຸຂະພາບ ແລະ ອຸບັດຕິເຫດ ເງິນອຸດໜູນ: ຕຳແໜ່ງ ອາຫານ ນ້ຳມັນ ໂທລະສັບ ເອກະສານປະກອບການສະໝັກ ຜູ້
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ມີປະສົບການ (ບໍ່ແມ່ນຜູ້ບໍລິຫານ)
ປະສົບການ (ປີ)
7 years
ການສຶກສາ
ປະລິນຍາຕີ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ຖ້າມີຍິ່ງດີ
ເຫດໃດທ່ານຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງທ່ານສຳລັບຕຳແໜ່ງນີ້.
iM Lao Leasing Co., Ltd is a leading automotive finance and leasing company in Laos, established in 2016. A subsidiary of iM (DGB) Financial Group, the company provides vehicle financing solutions through its expert and service-oriented team, operating from KOLAO Tower II in Xaysettha District, Vientiane Capital. The company focuses on delivering the best automotive finance solutions to Lao customers, making vehicle ownership accessible through flexible financing options. iM Lao Leasing is part of a broader financial ecosystem under the iM / DGB Group umbrella, serving the growing demand for vehicle leasing services in Laos since its founding.

Semicolon Sole Co., Ltd.
VDB Loi Co., Ltd
VDB Loi Co., Ltd