
ຜູ້ຊ່ວຍບັນຊີ ແລະ ກວດສອບ
ບໍລິສັດທີ່ປຶກສາ ແລະ ບໍລິການ ແອ໋ກມິນຈຳກັດກ່ຽວກັບຕຳແໜ່ງ
ປະກາດຮັບສະໝັກພະນັກງານ — ຕໍາແໜ່ງ ຜູ້ຊ່ວຍບັນຊີ ແລະ ກວດສອບ ບໍລິສັດ ແອັກມິນ ທີ່ປຶກສາ ແລະ ບໍລິການ ຈໍາກັດ (ACCMIN Consulting and Services Co., Ltd.) ເປັນບໍລິສັດທີ່ປຶກສາ ທີ່ເນັ້ນການເຕີບໂຕແບບຍືນຍົງ ໃນ ສປປ ລາວ. ພວກເຮົາໃຫ້ບໍລິການດ້ານບັນຊີ, ກວດສອບ, ການປະເມິນຜົນການດຳເນີນງານ ແລະ ການຄຸ້ມຄອງການເງິນ ຢ່າງຄົບວົງຈອນ ເຊັ່ນ: ການສ້າງ ແລະ ທົບທວນລະບົບ, ການປະເມີນຄວາມສ່ຽງ, ການກະກຽມລາຍງານການເງິນ ແລະ ການສ້າງຄວາມອາດສາມາດ ໃຫ້ແກ່ລູກຄ້າທັງພາຍໃນ ແລະ ສາກົນ. ລູກຄ້າຂອງພວກເຮົາປະກອບມີ ໂຄງການທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນ, ອົງການບໍ່ສະແຫວງຫາຜົນກໍາໄລ, ວິສາຫະກິດເອກະຊົນ ແລະ ສະຖາບັນການເງິນຈຸລະພາກ. ເນື່ອງຈາກຈໍານວນລູກຄ້າເພີ່ມຂຶ້ນ, ບໍລິສັດຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານ ທີ່ມີຄວາມກະຕືລືລົ້ນ ແລະ ມັກການຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອເຂົ້າຮ່ວມທີມງານກວດສອບ ແລະ ຮັບປະກັນ. ລາຍການ ລາຍລະອຽດ ຕໍາແໜ່ງ ຜູ້ຊ່ວຍບັນຊີ ແລະ ກວດສອບ ລະດັບ ລະດັບເລີ່ມຕົ້ນ / ພະນັກງານໃໝ່ ຈໍານວນທີ່ຕ້ອງການ 2 ຕໍາແໜ່ງ ຂຶ້ນກັບ ຫົວໜ້າທີມກວດສອບ / ຜູ້ກວດສອບອາວຸໂສ ສະຖານທີ່ເຮັດວຽກ ນະຄອນຫຼວງວຽງຈັນ ແລະ ເດີນທາງໄປຫາລູກຄ້າຕາມຄວາມຈໍາເປັນ ປະເພດການຈ້າງງານ ເຕັມເວລາ, ມີໄລຍະທົດລອງວຽກ 3 ເດືອນ ໜ້າທີ່ ແລະ ຄວາມຮັບຜິດຊອບຫຼັກ ພາຍໃຕ້ການຊີ້ນໍາຂອງຫົວໜ້າທີມງານ, ທ່ານຈະ: ວຽກງານກວດສອບ ແລະ ຮັບປະກັນ ຊ່ວຍກະກຽມແຜນການກວດສອບ ແລະ ລາຍການເອກະສານທີ່ຕ້ອງການຈາກລູກຄ້າ ປະຕິບັດວຽກກວດສອບພາກສະໜາມ ໃນພາກສ່ວນທີ່ໄດ້ຮັບມອບໝາຍ ເຊັ່ນ: ເງິນສົດ ແລະ ທະນາຄານ, ລູກໜີ້, ເຈົ້າໜີ້, ຊັບສົມບັດຄົງທີ່, ເງິນເດືອນ ແລະ ລາຍຈ່າຍຈາກທຶນຊ່ວຍເຫຼືອ ເກັບກໍາ, ກວດກາ ແລະ ບັນທຶກຫຼັກຖານການກວດສອບ ໃນເອກະສານເຮັດວຽກແບບເອເລັກໂຕຣນິກ ແລະ ລະບົບກວດສອບອອນລາຍ ທົດສອບລາຍການທຸລະກໍາ ໃຫ້ສອດຄ່ອງກັບນະໂຍບາຍຂອງລູກຄ້າ, ຄູ່ມືການຈັດຊື້ ແລະ ສັນຍາທຶນຊ່ວຍເຫຼືອຂອງຜູ້ໃຫ້ທຶນ ຊ່ວຍສັງລວມຜົນການກວດສອບ ແລະ ຮ່າງບາງພາກສ່ວນຂອງບົດລາຍງານການກວດສອບ ແລະ ຈົດໝາຍແນະນໍາຕໍ່ຄະນະບໍລິຫານ ຕິດຕາມບັນຫາທີ່ຍັງຄ້າງກັບລູກຄ້າ ໃນລະຫວ່າງການປະຕິບັດວຽກ ຈັດເກັບແຟ້ມເອກະສານເຮັດວຽກ ໃຫ້ເປັນລະບົບ ແລະ ຄົບຖ້ວນ ຕາມຄູ່ມືການຄຸ້ມຄອງຄຸນນະພາບຂອງ ACCMIN ແລະ ມາດຕະຖານການກວດສອບສາກົນ (ISA) ວຽກງານບັນຊີ ແລະ ທີ່ປຶກສາ ຊ່ວຍວຽກບັນທຶກບັນຊີ, ການກະທົບຍອດທະນາຄານ ແລະ ການກະກຽມລາຍງານການເງິນໃຫ້ລູກຄ້າ ສະໜັບສະໜູນການທົບທວນ ແລະ ການສ້າງລະບົບບັນຊີ ແລະ ລະບົບຄວບຄຸມພາຍໃນ ກະກຽມຕາຕະລາງ, ບົດວິເຄາະ ແລະ ລາຍງານຕ່າງໆ ຕາມການມອບໝາຍຂອງທີມງານ ວຽກງານທົ່ວໄປ ພົວພັນກັບລູກຄ້າຢ່າງເປັນມືອາຊີບ ທັງແບບເຊີງໜ້າ ແລະ ອອນລາຍ ເຂົ້າຮ່ວມການຝຶກອົບຮົມພາກປະຕິບັດຕົວຈິງ ແລະ ກິດຈະກໍາສ້າງຄວາມອາດສາມາດຂອງບໍລິສັດ ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຄຸນສົມບັດ ແລະ ເງື່ອນໄຂ ຄຸນສົມບັດທີ່ຈໍາເປັນ ຈົບປະລິນຍາຕີ ສາຂາບັນຊີ, ການເງິນ, ກວດສອບ, ກົດໝາຍ ຫຼື ສາຂາທີ່ກ່ຽວຂ້ອງ ມີປະສົບການດ້ານບັນຊີ ຫຼື ກວດສອບ 0–2 ປີ (ນັກສຶກສາຈົບໃໝ່ທີ່ມີຜົນການຮຽນດີ ສາມາດສະໝັກໄດ້) ມີຄວາມເຂົ້າໃຈພື້ນຖານຫຼັກການບັນຊີ; ມີຄວາມຮູ້ກ່ຽວກັບ IFRS, IPSAS ຫຼື ISA ຈະພິຈາລະນາພິເສດ ນໍາໃຊ້ຄອມພິວເຕີໄດ້ດີ, ໂດຍສະເພາະ Microsoft Excel ແລະ Word ສາມາດເວົ້າ ແລະ ຂຽນ ພາສາລາວ ໄດ້ດີ, ຖ້າໄດ້ພາສາອັງກິດຈະພິຈາລະນາພິເສດ ພ້ອມເດີນທາງໄປປະຕິບັດວຽກຢູ່ສະຖານທີ່ຂອງລູກຄ້າໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ຄຸນສົມບັດທີ່ພິຈາລະນາພິເສດ ກໍາລັງສຶກສາ Lao CPA, ACCA, CPA ຫຼື ວຸດທິທຽບເທົ່າ ມີປະສົບການຝຶກງານ ຫຼື ເຮັດວຽກ ຢູ່ບໍລິສັດກວດສອບ, ໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອ, ອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານ ຫຼື ສະຖາບັນການເງິນຈຸລະພາກ ມີປະສົບການນໍາໃຊ້ໂປຣແກຣມບັນຊີ ແລະ ກວດສອບ ຄຸນລັກສະນະສ່ວນບຸກຄົນທີ່ພວກເຮົາໃຫ້ຄວາມສຳຄັນ ຄວາມຊື່ສັດ ແລະ ການຍຶດໝັ້ນຈັນຍາບັນວິຊາຊີບ ແລະ ການຮັກສາຄວາມລັບ ຄວາມເຊື່ອໝັ້ນໄດ້ ແລະ ຄວາມລະອຽດຖີ່ຖ້ວນ ຄວາມເປັນເຈົ້າຕົນເອງ ແລະ ຄວາມກະຕືລືລົ້ນ ໃນການຮຽນຮູ້ ແນວຄິດສ້າງສັນ ແລະ ການແກ້ໄຂບັນຫາ ສາມາດເຮັດວຽກໃຫ້ທັນກໍານົດເວລາ, ເຮັດຫຼາຍວຽກພ້ອມກັນ ແລະ ເຮັດວຽກເປັນທີມພາຍໃຕ້ຄວາມກົດດັນໄດ້ ສິ່ງທີ່ພວກເຮົາສະໜອງໃຫ້ ການຝຶກອົບຮົມ ແລະ ການເປັນພີ່ລ້ຽງຢ່າງເປັນລະບົບ, ລວມທັງລະບົບບັດດີ້ (Buddy) ສໍາລັບພະນັກງານໃໝ່ ການສະໜັບສະໜູນການພັດທະນາວິຊາຊີບ ແລະ ການຮຽນ CPA ໂອກາດໄດ້ຮຽນຮູ້ມາດຕະຖານສາກົນ (IFRS, IPSAS, ISA) ແລະ ເຮັດວຽກກັບລູກຄ້າທີ່ຫຼາກຫຼາຍ ເງິນເດືອນ ແລະ ສະຫວັດດີການທີ່ເໝາະສົມ ຕາມນະໂຍບາຍຂອງ ACCMIN ແລະ ກົດໝາຍວ່າດ້ວຍແຮງງານ ຂອງ ສປປ ລາວ, ລວມທັງປະກັນສັງຄົມ ພາຍຫຼັງຜ່ານໄລຍະທົດລອງວຽກ ວິທີການສະໝັກ ກະລຸນາສົ່ງເອກະສານດັ່ງນີ້: ສະມັກຕາມແບບຟອມໃນລີງ: https://forms.gle/J4vRhkuyq7vtF8Tp8 ກໍານົດປິດຮັບສະໝັກ: ວັນທີ 15 ຕຸລາ 2026 ສອບຖາມຂໍ້ມູນເພີ່ມເຕີມ: [email protected] ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເບື້ອງຕົ້ນ ຈຶ່ງຈະໄດ້ຮັບການຕິດຕໍ່ ເພື່ອເຂົ້າສອບເສັງຂຽນ ແລະ ສໍາພາດ. ACCMIN ໃຫ້ໂອກາດທີ່ສະເໝີພາບໃນການຈ້າງງານ. ພວກເຮົາຄັດເລືອກຜູ້ສະໝັກ ໂດຍອີງໃສ່ຄວາມສາມາດ ແລະ ທັດສະນະຄະຕິ ໂດຍບໍ່ຈໍາແນກ ເພດ, ອາຍຸ, ຊົນເຜົ່າ, ສາສະໜາ, ຄວາມພິການ ຫຼື ສະຖານະອື່ນໆ. ຜູ້ທີ່ໄດ້ຮັບການຄັດເລືອກ ຈະຕ້ອງລົງນາມໃນໃບຢັ້ງຢືນຄວາມເປັນເອກະລາດ ແລະ ການຮັກສາຄວາມລັບ ຕາມຂໍ້ກໍານົດການຄຸ້ມຄອງຄຸນນະພາບຂອງບໍລິສັດ.
ໜ້າທີ່ຮັບຜິດຊອບ
- ຊ່ວຍກະກຽມແຜນການກວດສອບ ແລະ ບັນຊີລາຍການເອກະສານທີ່ຕ້ອງການຈາກລູກຄ້າ
- ດຳເນີນການກວດສອບພາກສະໜາມໃນຂົງເຂດທີ່ໄດ້ຮັບມອບໝາຍ: ເງິນສົດ, ທະນາຄານ, ລູກໜີ້, ເຈົ້າໜີ້, ຊັບສິນຖາວອນ, ເງິນເດືອນ, ຄ່າໃຊ້ຈ່າຍກອງທຶນຊ່ວຍເຫຼືອ
- ເກັບກຳ, ກວດກາ, ແລະ ບັນທຶກຫຼັກຖານການກວດສອບໃນເອກະສານເຮັດວຽກເອເລັກໂທຣນິກ ແລະ ລະບົບກວດສອບອອນລາຍ
- ທົດສອບທຸລະກຳຕາມນະໂຍບາຍຂອງລູກຄ້າ, ລະບຽບການຈັດຊື້ຈັດຈ້າງ, ແລະ ເງື່ອນໄຂສັນຍາຜູ້ໃຫ້ທຶນ
- ສະຫຼຸບຜົນການກວດພົບ ແລະ ຮ່າງສ່ວນຕ່າງໆຂອງລາຍງານກວດສອບ ແລະ ຈົດໝາຍຫາຝ່າຍບໍລິຫານ
- ຕິດຕາມບັນຫາທີ່ຍັງຄ້າງຄາກັບລູກຄ້າໃນລະຫວ່າງການດຳເນີນງານກວດສອບ
- ຈັດລະບຽບ ແລະ ຮັກສາເອກະສານເຮັດວຽກຢ່າງເປັນລະບົບຕາມມາດຕະຖານຄວບຄຸມຄຸນນະພາບ ACCMIN ແລະ ISA
- ຊ່ວຍດ້ານການບັນທຶກບັນຊີ, ການກະທົບຍອດທະນາຄານ, ແລະ ການຈັດທຳງົບການເງິນ
- ສະໜັບສະໜູນການທົບທວນ ແລະ ອອກແບບລະບົບບັນຊີ ແລະ ລະບົບການຄວບຄຸມພາຍໃນ
- ຈັດທຳຕາຕະລາງ, ການວິເຄາະ, ແລະ ລາຍງານຕາມທີ່ທີມງານມອບໝາຍ
- ສື່ສານກັບລູກຄ້າຢ່າງເປັນມືອາຊີບທັງແບບພົບໜ້າ ແລະ ອອນລາຍ
- ເຂົ້າຮ່ວມການຝຶກອົບຮົມ ແລະ ກິດຈະກຳສ້າງສະມັດຖະພາບຂອງບໍລິສັດ
- ປະຕິບັດໜ້າທີ່ອື່ນໆທີ່ໄດ້ຮັບມອບໝາຍ
ຄຸນສົມບັດທີ່ຕ້ອງການ
- ປະລິນຍາຕີສາຂາການບັນຊີ, ການເງິນ, ການກວດສອບ, ກົດໝາຍ, ຫຼື ສາຂາທີ່ກ່ຽວຂ້ອງ
- ມີປະສົບການດ້ານການບັນຊີ ຫຼື ການກວດສອບ 0–2 ປີ (ນັກສຶກສາຈົບໃໝ່ທີ່ມີຜົນການຮຽນດີສາມາດສະໝັກໄດ້)
- ມີຄວາມເຂົ້າໃຈພື້ນຖານກ່ຽວກັບຫຼັກການທາງການບັນຊີ
- ມີຄວາມຮູ້ກ່ຽວກັບມາດຕະຖານ IFRS, IPSAS, ຫຼື ISA
- ມີທັກສະຄອມພິວເຕີດີ, ໂດຍສະເພາະ Microsoft Excel ແລະ Word
- ມີຄວາມສາມາດໃນການເວົ້າ ແລະ ຂຽນພາສາລາວໄດ້ດີ
- ພ້ອມເດີນທາງໄປປະຕິບັດງານຢູ່ສະຖານທີ່ລູກຄ້າໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ
ຄຸນສົມບັດທີ່ມັກ
- Pursuing Lao CPA, ACCA, CPA, or equivalent certification
- Internship or work experience at audit firms, donor-funded projects, NGOs, or microfinance institutions
- Experience using accounting and audit software
ສະຫວັດດີການ
- ການຝຶກອົບຮົມແລະການໃຫ້ຄຳປຶກສາຢ່າງເປັນລະບົບ, ລວມທັງລະບົບ buddy ສຳລັບພະນັກງານໃໝ່
- ການສະໜັບສະໜູນການພັດທະນາວິຊາຊີບແລະການຊ່ວຍເຫຼືອການສອບເສັງ CPA
- ໂອກາດຮຽນຮູ້ມາດຕະຖານສາກົນ (IFRS, IPSAS, ISA) ແລະເຮັດວຽກກັບລູກຄ້າທີ່ຫຼາກຫຼາຍ
- ເງິນເດືອນແລະສະຫວັດດີການທີ່ເໝາະສົມຕາມນະໂຍບາຍຂອງ ACCMIN ແລະກົດໝາຍແຮງງານລາວ
- ການປະກັນສັງຄົມຫຼັງຈາກຜ່ານໄລຍະທົດລອງງານ
ສາຂາ
- Vientiane Capital
- Travel to client sites in other provinces as needed
ທັກສະ
ພາສາ
ລາວ
ລະດັບປະສົບການ
ບໍ່ໄດ້ລະບຸ
ປະສົບການ (ປີ)
0 – 2 ປີ
ການສຶກສາ
ປະລິນຍາຕີ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
15 Oct 2026
ຖ້າມີຍິ່ງດີ
- Pursuing Lao CPA, ACCA, CPA, or equivalent certification
- Internship or work experience at audit firms, donor-funded projects, NGOs, or microfinance institutions
- Experience using accounting and audit software
ເຫດໃດທ່ານຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງທ່ານສຳລັບຕຳແໜ່ງນີ້.
ວຽກທີ່ຄ້າຍຄືກັນ

Financial & Accounting Manager
ST Vegas Hotel
Stock Keeper(ນາຍສາງ)
Lao Brewery Company Limited (LBC)