The HALO Trust

ພະນັກງານວາງແຜນການປະຕິບັດງານ / Operations Planning Officer

The HALO Trust
Savannakhet full-time 5 days ago 0 ຜູ້ສະໝັກເປີດຮັບຈົນເຕັມwww.halotrust.org

ບໍ່ໄດ້ລະບຸ

ແປໂດຍ AI · AI-translated

ກ່ຽວກັບຕຳແໜ່ງ

ພະນັກງານວາງແຜນການປະຕິບັດງານ ຊື່ຕຳແໜ່ງ :  ພະນັກງານວາງແຜນການປະຕິບັດງານ ພະແນກ :  ປະຕິບັດງານ ສະຖານທີ່ :   ຫ້ອງການປະຈຳເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ ລະດັບຕຳແໜ່ງ :   2.1 ເງິນເດືອນ :   ຕໍ່ລອງໄດ້ ຊົ່ວໂມງເຮັດວຽກ :   ເຕັມເວລາ ປະເພດສັນຍາ :   ປະຕິບັດງານ ລາຍງານເຖິງ :  ຮອງຫົວໜ້າຝ່າຍປະຕິບັດງານ ຜູ້ລາຍງານທາງກົງ :   ຜູ້ຊ່ວຍວາງແຜນການປະຕິບັດງານ ຜູ້ປະສານງານ / ຄວາມສຳພັນພາຍໃນທີ່ສຳຄັນ :  ຫົວໜ້າຝ່າຍປະຕິບັດງານ, ຮອງຫົວໜ້າຝ່າຍປະຕິບັດງານ, ຜູ້ຈັດການເສີມສ້າງຄວາມສາມາດ, ພະນັກງານເສີມສ້າງຄວາມສາມາດ, ພະນັກງານຝຶກອົບຮົມ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ, ຫົວໜ້າຝ່າຍຄຸ້ມຄອງຂໍ້ມູນ, ຫົວໜ້າໂຄງການ, ຮອງຫົວໜ້າໂຄງການ, ແລະ ຫົວໜ້າພະແນກທຸກພະແນກ. ຜູ້ປະສານງານ / ຄວາມສຳພັນພາຍນອກທີ່ສຳຄັນ :   ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ອຳນາດການປົກຄອງແຂວງ ແລະ ເມືອງ (ຜ່ານພະແນກພົວພັນ), ອົງການເກັບກູ້ລະເບີດແຫ່ງຊາດລາວ ແລະ ອົງການອື່ນໆທີ່ປະຕິບັດງານໃນບັນດາເມືອງດຽວກັນ.  ຈຸດປະສົງຂອງຕຳແໜ່ງ :  ເພື່ອວາງແຜນວ່າ ທີມງານອົງການ ຮາໂລ ປະຈຳລາວ ຈະປະຕິບັດງານຢູ່ໃສ ແລະ ນຳໃຊ້ຊັບພະຍາກອນໃດ, ໂດຍໃຊ້ຂໍ້ມູນເພື່ອຊີ້ນຳໃຫ້ເຂົາເຈົ້າເຮັດວຽກຢູ່ຈຸດທີ່ມີຜົນກະທົບສູງສຸດ, ພ້ອມທັງຕິດຕາມການດຳເນີນງານ ເພື່ອໃຫ້ໂຄງການບັນລຸຂໍ້ຜູກພັນຕາມທຶນຊ່ວຍເຫຼືອ ແລະ ບູລິມະສິດຂອງຊາດ. ກ່ຽວກັບອົງການ ຮາໂລ ລາວ ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ  1,100   ຄົນ ປະຈຳການຢູ່ເມືອງ ເຊໂປນ ,  ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ. ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ  22-23  ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້  www.halotrust.org   ກ່ຽວກັບຕຳແໜ່ງ ພະນັກງານວາງແຜນການປະຕິບັດງານ ຈະເປັນຜູ້ນຳພາການວາງແຜນໃນສ່ວນສະໜັບສະໜູນການປະຕິບັດງານ, ພາຍໃຕ້ການຊີ້ນຳຂອງ ຮອງຫົວໜ້າຝ່າຍປະຕິບັດງານ. ຫົວໜ້າຝ່າຍປະຕິບັດງານ ເປັນຜູ້ຮັບຜິດຊອບແຜນປະຕິບັດງານປະຈຳປີ ແລະ ແຜນງານ  5   ປີ ,  ສ່ວນ ຮອງ ຫົວໜ້າ ຝ່າຍປະຕິບັດ ງ ານ ເປັນຜູ້ຮັບຜິດຊອບແຜນ ສົ່ງທີມອອກສະໜາມ ປະຈຳເດືອນ .  ພະນັກ ງານວາງແຜນ ການ ປະຕິບັດ ງ ານ ຈະເປັນຜູ້ກະກຽມແຜນເຫຼົ່ານີ້ ,  ກຽມວຽກທີ່ຈະດຳເນີນການໄວ້ລ່ວງໜ້າ   ແລະ ລາຍງານຄວາມຄືບໜ້າຕາມແຜນ.  ຫົວໜ້າ ຝ່າຍປະຕິບັດ ງ ານ ຈະມອບໝາຍວຽກໂດຍກົງໃຫ້ຕຳແໜ່ງນີ້ ກ່ຽວກັບແຜນ ວຽກ ປະຈຳປີ ,  ແຜນ  5   ປີ ແລະ ການວາງແຜນໄລຍະຍາວ ແລະ ຕຳແໜ່ງນີ້ຕ້ອງເຂົ້າຮ່ວມການປະຊຸມຂອງ ໜ່ວຍງານຄຸ້ມຄອງການປະຕິບັດງານ  ( OMU)   ເມື່ອມີການຄົ້ນຄວ້າກ່ຽວກັບການວາງແຜນ. ຕຳແໜ່ງນີ້ແມ່ນປະຈຳຢູ່ ສຳນັກງານ ເຊໂປນ. ກຳນົດເວລາການວາງແຜນແມ່ນກ່ອນແຕ່ລະຮອບວຽນການເຮັດວຽກໃໝ່ຈະເລີ່ມຕົ້ນຂຶ້ນ ແລະ ຜູ້ຮັບຕຳແໜ່ງແມ່ນຖືກຄາດຫວັງໃຫ້ໄປຢ້ຽມຢາມໜ່ວຍງານຕ່າງໆໃນລະຫວ່າງຮອບວຽນການເຮັດວຽກ ເພື່ອຕິດຕາມເບິ່ງການນຳໃຊ້ແຜນງານຕົວຈິງ. ອົງການ ຮາໂລ ປະຈຳລາວ ອາດຈະຂະຫຍາຍຂອບເຂດພື້ນທີ່ປະຕິບັດງານ. ຜູ້ຮັບຕຳແໜ່ງອາດຈະຖືກຮ້ອງຂໍໃຫ້ສະໜັບສະ  ໜູນການວາງແຜນສຳລັບພື້ນທີ່ໃໝ່ ແລະ ເຮັດວຽກຈາກສະຖານທີ່ອື່ນໆ.   ໜ້າທີ່ຮັບຜິດຊອບ ການວາງແຜນ ກະກຽມຮ່າງແຜນປະຕິບັດງານປະຈຳປີ ພ້ອມກັບແຜນງານ  5   ປີ ໃຫ້ ແກ່   ຫົວໜ້າ ຝ່າຍປະຕິບັດ ງ ານ ,  ໂດຍອີງໃສ່ ຄຳໝັ້ນສັນຍາ ຂອງທຶນຊ່ວຍເຫຼືອ ,  ບູລິມະສິດຂອງ  ແຂວງ ແລະ ຄຊກລ ,  ຄວາມສາມາດຂອງທີມງານ ແລະ  ວຽກທີ່ຢູ່ໃນຂະບວນການດຳເນີນງານ . ກະກຽມແຜນສົ່ງທີມອອກສະໜາມປະຈຳເດືອນ ຮ່ວມກັບ ຮອງຫົວໜ້າຝ່າຍປະຕິບັດງານ, ໂດຍຈັດສັນທີມ, ພາຫະນະ ແລະ ອຸປະກອນໃຫ້ກັບແຕ່ລະສະໜາມ, ເພື່ອໃຫ້ພ້ອມຕາມກຳນົດເວລາການສົ່ງທີມອອກສະໜາມຂອງ ພະແນກພາຫະນະ ແລະ ສາງ. ຕົກລົງຮ່ວມກັບ ພະນັກງານຝຶກອົບຮົມ ກ່ຽວກັບຫຼັກສູດ, ຈຳນວນຄົນ ແລະ ເວລາທີ່ຈຳເປັນ ເພື່ອໃຫ້ບັນລຸຕາມແຜນວຽກ, ເພື່ອໃຫ້ພະນັກງານທີ່ຜ່ານການຝຶກອົບຮົມມີຄວາມພ້ອມເມື່ອທີມອອກສະໜາມ. ປະສານງານບັນດາໜ້າວຽກທີ່ຢູ່ໃນຂະບວນການດຳເນີນງານກັບທຸກໜ່ວຍງານສຳລັບທຸກຂົງເຂດການປະຕິບັດງານ (ການເກັບກູ້ ລບຕ, ການເກັບກູ້ລະເບີດຝັງດິນ, ການສຳຫຼວດ ແລະ ການທຳລາຍລະເບີດ) ໂດຍເຮັດວຽກຮ່ວມກັບທີມຄຸ້ມຄອງຂໍ້ມູນ ກ່ຽວກັບຂໍ້ມູນ ແລະ ແຜນທີ່ ທີ່ແຕ່ລະສະໜາມຕ້ອງການ, ພ້ອມທັງຕິດຕາມຄວາມພ້ອມຂອງແຕ່ລະສະໜາມ ລວມທັງການອະນຸມັດສະໜາມຈາກ ຄຊກລ, ຂໍ້ຕົກລົງຂອງບ້ານ ແລະ ການເຂົ້າເຖິງພື້ນທີ່. ປະສານງານການສະໜັບສະໜູນທີ່ແຕ່ລະແຜນງານຕ້ອງການຈາກ ພະແນກຄຸ້ມຄອງຍານພາຫະນະ, ສາງ, ແພດ, ພົວພັນ ແລະ ສຶກສາຄວາມສ່ຽງຈາກລະເບີດບໍ່ທັນແຕກ, ລວມທັງສະຖານທີ່ຕັ້ງຂອງແຄັ້ມ ແລະ ໄລຍະທາງການຍົກຍ້າຍຜູ້ບາດເຈັບ ພ້ອມທັງແຈ້ງຂໍ້ບົກພ່ອງ/ຊ່ອງຫວ່າງ ໃຫ້ຮອງຫົວໜ້າຝ່າຍປະຕິບັດງານຮັບຊາບ ກ່ອນສົ່ງທີມອອກສະໜາມ. ປະສານງານກັບຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ອົງການເກັບກູ້ລະເບີດແຫ່ງຊາດລາວ ແລະ ອົງການອື່ນໆ ກ່ຽວກັບການຈັດສັນສະໜາມ ແລະ ຂອບເຂດສະໜາມ, ເປັນຕົວແທນຂອງ ຮາໂລ ໃນການປະຊຸມວາງແຜນຮ່ວມ. ການວິເຄາະ ແລະ ການຄາດ ຄະເນ ວິເຄາະອັດຕາຜົນໄດ້ຮັບຈາກການເຮັດວຽກຮ່ວມກັບບັນດາໜ່ວຍງານຕ່າງໆ ໂດຍແບ່ງຕາມທີມ, ປະເພດຂອງວຽກ, ວິທີການ ແລະ ສະພາບພື້ນທີ່ ແລ້ວນຳມາໃຊ້ຕັ້ງເກນຄຳນວນໃນການວາງແຜນວຽກ. ເຮັດວຽກຮ່ວມກັບໜ່ວຍງານຕ່າງໆ ເພື່ອຈັດລຳດັບຄວາມສຳຄັນຂອງສະໜາມທີ່ຢູ່ໃນຂະບວນການດຳເນີນງານ ຕາມຜົນກະທົບທາງມະນຸດສະທຳທີ່ຄາດໄວ້, ໂດຍໃຊ້ຫຼັກຖານ ເຊັ່ນ: ຂໍ້ມູນອຸບັດຕິເຫດຈາກ ລບຕ ແຫ່ງຊາດ, ສິ່ງທີ່ພົບໃນສະໜາມທີ່ຄ້າຍຄືກັນ, ຂໍ້ມູນການຕົກຄ້າງ, ແລະ ຮູບແບບການຄາດຄະເນ. ສ້າງທາງເລືອກຮູບແບບການວາງແຜນ ຮ່ວມກັບໜ່ວຍງານ ເຊັ່ນ: ການປ່ຽນແປງຈຳນວນທີມ, ລະດູຝົນ ຫຼື ການປ່ຽນແປງພື້ນທີ່ບຸລິມະສິດ ແລະ ຄາດຄະເນຈຳນວນທີມ, ພະນັກງານ, ພາຫະນະ

ໜ້າທີ່ຮັບຜິດຊອບ

  • ຮ່າງແຜນປະຕິບັດການປະຈຳປີ ແລະ ແຜນ 5 ປີ ສຳລັບພະແນກປະຕິບັດການ ພາຍໃຕ້ການຊີ້ນຳຂອງຮອງຜູ້ຈັດການຝ່າຍປະຕິບັດການ
  • ຈັດທຳແຜນການລົງພື້ນທີ່ປະຈຳເດືອນຮ່ວມກັບຮອງຜູ້ຈັດການຝ່າຍປະຕິບັດການ ໂດຍປະສານງານທີມ, ພາຫະນະ ແລະ ການຈັດສັນອຸປະກອນ
  • ປະສານງານກັບພະນັກງານຝ່າຍຝຶກອົບຮົມກ່ຽວກັບຫຼັກສູດ, ຈຳນວນບຸກຄະລາກອນ ແລະ ເວລາທີ່ຈຳເປັນເພື່ອບັນລຸເປົ້າໝາຍການປະຕິບັດງານ
  • ປະສານງານວຽກງານປະຕິບັດການກັບທຸກຫົວໜ່ວຍໃນທຸກພື້ນທີ່ເຮັດວຽກ (ການເກັບກູ້ລະເບີດ UXO, ການເກັບກູ້ລະເບີດທີ່ຝັງໃນດິນ, ການສຳຫຼວດ, ການກຳຈັດ) ແລະ ທີມຈັດການຂໍ້ມູນ
  • ປະສານງານຄວາມຕ້ອງການສະໜັບສະໜູນຈາກພະແນກຕ່າງໆ (ການຈັດການພາຫະນະ, ວິສະວະກຳ, ການແພດ, ການພົວພັນ, ການສຶກສາຄວາມສ່ຽງຈາກລະເບີດ) ລວມທັງສະຖານທີ່ຕັ້ງຄ້າຍ ແລະ ໄລຍະທາງການອົບພະຍົບຜູ້ບາດເຈັບ
  • ປະສານງານກັບຄະນະກຳມະການປະສານງານແຫ່ງຊາດ ແລະ ອົງກອນອື່ນໆກ່ຽວກັບການຈັດສັນພື້ນທີ່, ຂອບເຂດວຽກ ແລະ ເຂົ້າຮ່ວມການປະຊຸມວາງແຜນຮ່ວມ
  • ວິເຄາະອັດຕາຜົນຜະລິດຂອງວຽກ ແຍກຕາມທີມ, ປະເພດວຽກ, ວິທີການ ແລະ ສະພາບພື້ນທີ່ ເພື່ອເປັນມາດຕະຖານອ້າງອີງໃນການວາງແຜນ
  • ຈັດລຳດັບຄວາມສຳຄັນຂອງພື້ນທີ່ທີ່ຢູ່ໃນແຜນງານລໍຖ້າດຳເນີນການ ໂດຍອີງໃສ່ຜົນກະທົບດ້ານມະນຸດສະທຳທີ່ຄາດວ່າຈະເກີດຂຶ້ນ ໂດຍໃຊ້ຫຼັກຖານເຊັ່ນ ຂໍ້ມູນອຸປະຕິເຫດ, ຜົນການຄົ້ນພົບຈາກພື້ນທີ່ທີ່ຄ້າຍຄືກັນ ແລະ ແບບຈຳລອງການຄາດຄະເນ
  • ສ້າງທາງເລືອກຂອງແບບຈຳລອງການວາງແຜນ ເຊັ່ນ ຈຳນວນທີມ, ການປັບຕາມລະດູກ

ຄຸນສົມບັດທີ່ຕ້ອງການ

  • ຄວາມເຂົ້າໃຈກ່ຽວກັບການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການວາງແຜນໂຄງການ
  • ຄວາມຮູ້ກ່ຽວກັບໂຄງສ້າງການປະສານງານ UXO ແຫ່ງຊາດລາວ ແລະ ການບໍລິຫານລະດັບແຂວງ
  • ຄວາມຄ່ອງແຄ້ວໃນພາສາລາວ
  • ຄວາມສາມາດໃນການເຮັດວຽກເປັນກະໝຸນວຽນ 22-23 ມື້ເຮັດວຽກຕໍ່ເດືອນ ໂດຍປະຈຳຢູ່ຫ້ອງການເຊປອນ

ສະຫວັດດີການ

  • ຕາຕະລາງການເຮັດວຽກແບບໝຸນວຽນ (ເຮັດວຽກ 22-23 ວັນຕໍ່ເດືອນ ໂດຍມີວັນພັກລໍຖ້າວຽກ)
  • ການລາພັກທີ່ຍາວຂຶ້ນ ແລະ ຮອບການເຮັດວຽກທີ່ສັ້ນລົງໃນເດືອນເມສາ
  • ຫ້ອງການຫຼັກຢູ່ເຊໂປນ, ແຂວງສະຫວັນນະເຂດ

ສາຂາ

  • Sepon, Savannakhet Province, Laos
  • Vientiane administrative office

ທັກສະ

Management
Production Planning / Control
Manufacturing
Quality Assurance
Management - Others

ວຽກນີ້ບໍ່ຮັບສະໝັກແລ້ວ.

ສະຫຼຸບສັງເຂບ

ພາສາ

ລາວ

ລະດັບປະສົບການ

ບໍ່ໄດ້ລະບຸ

ປະສົບການ (ປີ)

ບໍ່ໄດ້ລະບຸ

ການສຶກສາ

ບໍ່ໄດ້ລະບຸ

ປະເພດການຈ້າງງານ

ເຕັມເວລາ

ຮູບແບບການເຮັດວຽກ

ປະຈຳບ່ອນ

ໄລຍະຈ່າຍ

/ ເດືອນ

ກຳນົດປິດຮັບສະໝັກ

ເປີດຮັບຈົນເຕັມ

ກຳລັງໂຫຼດຜົນການຈັບຄູ່ຂອງທ່ານ…
ກ່ຽວກັບ The HALO Trust

The HALO Trust (Hazardous Area Life-support Organisation) is a humanitarian non-governmental organisation that clears landmines and other explosive remnants of war left behind by conflict. Founded in 1988, it has grown to employ more than 10,000 staff across 28 countries, making it one of the world's largest humanitarian mine-action organisations. In Laos, HALO focuses on survey, explosive ordnance disposal, and UXO clearance in the most heavily contaminated districts of Savannakhet Province, addressing the legacy of unexploded submunitions from the Vietnam War era. Its Laotian operation has employed hundreds of national staff, with a strong emphasis on recruiting and training local teams, including women, to carry out clearance work in affected communities. Beyond clearance, HALO runs survey and risk-education programmes that help communities understand the threat, quantify remaining contamination, and return land safely to productive use.

0(0 ຄຳຄິດເຫັນ)
ເບິ່ງໂປຣໄຟລ໌ບໍລິສັດ →

ວຽກທີ່ຄ້າຍຄືກັນ

Luxembourg Agency for Development Cooperation (LuxDev)
ຈັດຫາແລ້ວກຳລັງໂຫຼດຜົນການຈັບຄູ່ຂອງທ່ານ…

Construction Administration Officer (Lao national)

Luxembourg Agency for Development Cooperation (LuxDev)

ເຕັມເວລາ ໃນສະຖານທີ່Admin & HR
Vientiane Capital 8 hours agoຮອດ 29 ພ.ຈ.
ບໍ່ໄດ້ລະບຸສະໝັກດ່ວນ!
Wildlife Conservation Society (WCS)
ຈັດຫາແລ້ວກຳລັງໂຫຼດຜົນການຈັບຄູ່ຂອງທ່ານ…

WCLI Course Coordinator Consultant

Wildlife Conservation Society (WCS)

ເຕັມເວລາ ໃນສະຖານທີ່Admin & HR
Vientiane Capital 8 hours ago
ບໍ່ໄດ້ລະບຸສະໝັກດ່ວນ!
Wildlife Conservation Society (WCS)
ຈັດຫາແລ້ວກຳລັງໂຫຼດຜົນການຈັບຄູ່ຂອງທ່ານ…

Wildlife Crime Capacity and Research Consultant

Wildlife Conservation Society (WCS)

ເຕັມເວລາ ໃນສະຖານທີ່Admin & HR
Vientiane Capital 8 hours ago
ບໍ່ໄດ້ລະບຸສະໝັກດ່ວນ!