Operations-Team leader
DHL Express Laos Sole Company Limited
ຕຳ ແໜ່ງ: ຜູ້ ບັນຊາເຮືອ ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ , ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທັມ ໂອ ກາດ ທີ່ ດີ ໃນ ການ ເພີ່ມ ຄວາມ ຮູ້ ແລະ ຊອກ ຫາ ປະ ສົບ ການ ໃໝ່ ໃນ ການ ເປັນ ຜູ້ ບັນ ຊາ ເຮືອ ມີແພັກເກັດເງິນເດືອນແລະສະຫວັດດີການທີ່ຫລາກຫລາຍ ( ປະຈຳພາກສະໜາມ ບ້ານຫ້ວຍຊາຍ, ເຮັດວຽກ 20ມື້ ແລະ ພັກ8ມື້ ) ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາ ແລະ ສໍາຫລວດໃນປະເທດລາວ, ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ-ການຂາຍທອງແດງ ແລະ ຄໍາ, ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໂຕ. ໃນປະເທດລາວ, ແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່ 10 ສ່ວນຮ້ອຍ. ພູເບ້ຍມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ. ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາ ຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດແລະການດໍາເງີນງານ.ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງແລະມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຢືນຍົງໃຫ້ລັດຖະບານແລະປະຊາຊົນລາວ. ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ, ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມ, ເພື່ອນຮ່ວມງານ ທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ. ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມແລະການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວຫນ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ. ນອກຈາກນີ້, ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນ ແລະ ຜົນປະໂຫຍດຫລາກຫລາຍລວມທັງປະກັນສຸຂະພາບທີ່ຄຸ້ມຄອງຄອບຄົວ ແລະ ຍັງມີໂບນັສໃນການເຮັດວຽກງານນໍາອີກ. ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫລາກຫລາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫລວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫລາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະຫມັກໃນຕໍາແໜ່ງ ທີ່ວ່າງທັງໝົດ. ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ, ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ ແລະ ອາຫານຕາເວັນຕົກ, ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ. ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນ ເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້. ລາຍງານວຽກຫາ ພະນັກງານຈັດສັນລົດຂົນສົ່ງ, ໜ້າທີ່ຮັບຜິດຊອບຂອງຕຳແໜ່ງນີ້ແມ່ນບຳລຸງຮັກສາ ແລະ ບັນຊາເຮືອໃຫ້ມີປະສິດທິພາບ. ນຳສົ່ງຜູ້ໂດຍສານ ແລະ ສິນຄ້າ ໄປເຖິງຈຸດໝາຍປາຍທາງດ້ວຍຄວາມປອດໄພ ແລະ ຕົງຕໍ່ເວລາ, ນອກຈາກນັ້ນຍັງຮັບຜິດຊອບໃນການກຳນົດ ແລະ ບໍລິຫານນ້ຳມັນໃຫ້ພຽງພໍຕໍ່ຖ້ຽວ ໜ້າທີ່ຄວາມຮັບຜິດຊອບດັ່ງນີ້ : ບໍລິຫານນ້ຳມັນໃຫ້ພຽງພໍຕໍ່ຖ້ຽວ ຂັບເຮືອຢ່າງເປັນມືອາຊີບ ແລະ ມີຄວາມປອດໄພສູງ ດຳເນີນການບຳລຸງຮັກສາເຮືອຢ່າງສະໝ່ຳສະເໝີ ແລະ ອຸປະກອນຄວາມປອດໄພທັງໝົດສາມາດໃຊ້ງານໄດ້ ຕ້ອງແນ່ໃຈວ່າຜູ້ໂດຍສານທັງໝົດແມ່ນໄດ້ຮັບການແນະນຳໂດຍຫຍໍ້ກ່ຽວກັບຄວາມປອດໄພກ່ອນອອກເດີນທາງ ນຳສົ່ງຜູ້ໂດຍສານ ແລະ ສິນຄ້າ ໄປເຖິງຈຸດໝາຍປາຍທາງດ້ວຍຄວາມປອດໄພ ບາງຄັ້ງອາດໄດ້ແປງ-ຕໍ່ຂົວຕາມລະດັບນ້ຳຂຶ້ນ, ນ້ຳລົງ ແລະລົງລາຍເນີ ສະລິງ ເພືອມັດກັບຂົ້ວໃຫ້ມິຄວາມປອດໄພ ກວດເຊັກເຮືອເປັນປະຈຳ ແລະ ລາຍງານຂໍ້ບົກພ່ອງ ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜ່ງນີ້ : ວຸດທິການສຶກສາ ມັດທະຍົມຕົ້ນຂຶ້ນໄປ ສາມາດສື່ສານ ແລະ ຂຽນພາສາລາວໄດ້ໃນລະດັບດີ. ມີປະສົບການໃນການຂັບລົດໃຫຍ່ (ລົດເມ), ເຮືອໄວ ຫຼື ເຮືອຈັກ ຈະພິຈາລະນາເປັນພິເສດ. ຕ້ອງມີໃບຂັບຂີ່ປະເພດ BC. ເປັນຄົນດຸໝັ່ນ, ກະຕືລີລົ້ນ, ຫ້າວຫັນ ແລະ ມັກໃນໜ້າວຽກຂັບເຮືອ. ຖ້າ ທ່ານ ສົນ ໃຈ ກະ ລຸ ນາ ສະ ໝັກ ຜ່ານ ທາງ ເວບ ໄຊ ອອນ ລາຍ ຂອງ ພວກ ເຮົາ ໄດ້ ທີ່ ລິ່ງ ຂ້າງ ລຸ່ມນີ້: https://career10.successfactors.com/sfcareer/jobreqcareer?jobId=17217&company=PanAust ຫຼື ສາມາດດາວໂຫຼດແບບຟອມທີ່ລິ້ງ: https://drive.google.com/uc?export=download&id=1BC0i03kRuDnGoVuSVs8OVWOh19CTyANr ແລ້ວສົ່ງເອກະສານສະໝັກວຽກມາທາງອີເມລ [email protected]
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ມີປະສົບການ (ບໍ່ແມ່ນຜູ້ບໍລິຫານ)
ປະສົບການ (ປີ)
3 – 5 ປີ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
Full-time
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ເຫດໃດເຈົ້າຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງເຈົ້າສຳລັບຕຳແໜ່ງນີ້.
Phu Bia Mining is an employer in the Management industry based in Xaisomboun (panaust.com.au). They currently have 8 open roles on Job365, including Dispatch Officer, Senior QA/QC Officer, Process Trainer. This profile was auto-compiled from public job postings and has not yet been verified by the company.
DHL Express Laos Sole Company Limited
Burapha Agro-Forestry Co., Ltd
Phu Bia Mining