

ພະນັກງານຂັບລົດ (ປະຈໍາຢູ່ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ)
Plan International in Laosກ່ຽວກັບຕຳແໜ່ງ
ຮັບສະໝັກພະນັກງານ ອົງການແພລນສາກົນ ແມ່ນອົງການຈັດຕັ້ງສາກົນທີ່ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການພັດທະນາ ໂດຍເນັ້ນໜັກໃສ່ການເສີມສ້າງຄວາມກ້າວໜ້າດ້ານສິດທິເດັກນ້ອຍ ແລະ ຄວາມເທົ່າທຽມດ້ານບົດບາດຍິງ-ຊາຍ, ປະຈຸບັນພວກເຮົາເຮັດວຽກຢູ່ ນະຄອນຫຼວງວຽງຈັນ, ແລະ 4 ແຂວງ: ບໍ່ແກ້ວ, ຫຼວງພະບາງ, ສາລະວັນ ແລະ ຈຳປາສັກ ໃນຂະແໜງການສາທາລະນະສຸກ, ການສືກສາ, ການພັດທະນາໄວໜຸ່ມ ແລະ ພັດທະນາຊີວິດການເປັນຢູ່. ຕຳແໜ່ງ : ພະນັກງານຂັບລົດ, 1 ຕຳແໜ່ງ (ປະຈໍາຢູ່ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ) ໜ້າທີ່ຮັບຜິດຊອບຫຼັກ : ກວດກາສະພາບລົດໃຫ້ມີຄວາມພ້ອມ (ສະອາດ ແລະ ເປັນລະບຽບຮຽບຮ້ອຍ) ພ້ອມໃຊ້ງານ. ກວດກາອຸປະກອນຕ່າງໆເຊັ່ນ: ຊຸດປະຖົມພະຍາບານເບື້ອງຕົ້ນ ແລະ ເຄື່ອງມືຕ່າງໆທີ່ຈຳເປັນກ່ອນອອກເດີນທາງ. ດູແລຜູ້ໂດຍສານທຸກຄົນໃຫ້ປະຕິບັດຕາມຄໍາແນະນໍາຄວາມປອດໄພການນໍາໃຊ້ຍານພາຫະນະຂອງອົງການ. ຮັບຜິດຊອບໃນການບັນທຶກຂໍ້ມູນ ກ່ຽວກັບການນຳໃຊ້ລົດ, ກວດກາລົດປະຈຳວັນ ແລະ ການເຕີມນໍ້າມັນລົດເປັນປະຈຳ. ໃຫ້ຄໍາປຶກສາຫາລືກັບທີມງານກ່ຽວກັບບັນຫາທາງດ້ານເຕັກນິກພາຫະນະ ແລະ ກວດກາສະພາບລົດໃຫຍ່ ແລະ ລົດຈັກໃຫ້ພ້ອມໃຊ້ງານ. ສະໜັບສະໜູນວຽກງານບໍລິຫານເຊັ່ນ: ຮັບ/ສົ່ງ ເອກະສານ, ຈັດສົ່ງເຄື່ອງລົງພາກສະໜາມ, ຊ່ວຍວຽກທົ່ວໄປພາຍໃນຫ້ອງການ. ສະໜັບສະໜູນວຽກງານອື່ນໆຕາມການມອບໝາຍຈາກຫົວໜ້າສາຍງານ. ເງື່ອນໄຂຂອງຜູ້ສະໝັກ : ລະດັບການສຶກສາ ມັດທະຍົມຕອນປາຍຂື້ນໄປ. ມີໃບຂັບຂີ່ລົດໃຫຍ່ ແລະ ປະສົບການໃນການຂັບລົດ 2-3 ປີ ໃນສະພາບເສັ້ນທາງທີ່ຫຍຸ້ງຫຍາກໃນເຂດທ້ອງຖິ່ນ. ມີຄວາມຮູ້ ແລະ ທັກສະໃນການສ້ອມແປງລົດຂັ້ນພື້ນຖານ. ມີຄວາມຫ້າວຫັນ, ມີວິໄນ ແລະ ອົດທົນຕໍ່ໜ້າທີ່ວຽກງານ. ສາມາດສື່ສານ ພາສາອັງກິດໄດ້ເລັກນ້ອຍ. ສາມາດເຮັດວຽກໃນວັນພັກ ເສົາ ແລະ ອາທິດ ຫຼື ວັນພັກລັດຖະການໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກ. ມີຄວາມຮັບຜິດຊອບສູງ ແລະ ຮັກໃນອາຊີບການໃຫ້ການບໍລິການລົດຮັບສົ່ງ. ທຸກໆຕໍາແໜ່ງຂອງອົງການແພລນແມ່ນ: ມີຄວາມມຸ້ງໝັ້ນທາງດ້ານຄວາມສະເໝີພາບທາງດ້ານສິດທິ ແລະ ການມີສ່ວນຮ່ວມຂອງເດັກຍິງ ແລະ ແມ່ຍິງ. ມີຄວາມມຸ້ງໝັ້ນທາງດ້ານສິດທິເດັກ. ອົງການແພລນຈະບໍ່ຍອມໃຫ້ມີການທາລຸນເດັກ. ຜູ້ທີ່ຖືກຄັດເລືອກເປັນພະນັກງານຂອງອົງການແພລນຈະຕ້ອງໄດ້ປະຕິບັດນະໂຍບາຍດ້ານການປົກປ້ອງເດັກເຊີ່ງລວມທັງການກວດສອບປະຫວັດການເຮັດວຽກຜ່ານມາ. ເອກະສານປະກອບໃນການສະໝັກ: ໜັງສືສະເໜີຂໍສະໝັກງານ ຊີວະປະຫວັດຜູ້ສະໝັກ ກັອບປີ້ໃບປະກາດ, ໃບຄະແນນ, ໃບຜ່ານງານ ກັອບປີ້ປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ ແລະ ໃບຂັບຂີ່. ບ່ອນສົ່ງເອກະສານສະໝັກງານ: ອົງການແພລນ ສາກົນ ປະຈໍາ ສປປ ລາວ ຫ້ອງການປະຈຳແຂວງບໍ່ແກ້ວ, ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ (ຫ້ອງການພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍ່ແກ້ວ ຕືກເກົ່າ), ເບີໂທລະສັບ: 021 353 409 ອີເມວ: [email protected] ປິດຮັບສະໝັກ: ວັນສຸກ, ວັນທີ 10 ກໍລະກົດ 2026 ມີພຽງຜູ້ທີ່ຖືກຄັດເລືອກ ເຂົ້າສຳພາດເທົ່ານັ້ນຈະໄດ້ຮັບການຕິດຕໍ່.ຫາເພື່ອການນັດໝາຍໃນການສຳພາດ.
ທັກສະ
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ມີປະສົບການ (ບໍ່ແມ່ນຜູ້ບໍລິຫານ)
ປະສົບການ (ປີ)
3 – 5 ປີ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ເຫດໃດທ່ານຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງທ່ານສຳລັບຕຳແໜ່ງນີ້.
Plan International began operating in Laos in 2007 to advance childrens rights and equality for girls. Working together with children, young people, supporters and partners, Plan International strives for a just world where all are equal. The organisation supports vulnerable children and adolescents, especially girls and young women, to ensure they are equally valued by society, healthy, knowledgeable, and able to decide on matters that affect them. Key programme areas include increased access to sanitation and health services, sustained quality education for disadvantaged children, support for adolescent leadership and decision-making, and improved economic skills and employment conditions for young people. Plan International operates in Bokeo, Luang Prabang, Oudomxay, Saravan, Vientiane Province, and Vientiane Capital.
ວຽກທີ່ຄ້າຍຄືກັນ


ຜູ້ຄຸ້ມຄອງທຸລະກິດ-ຄູ່ຮ່ວມທຸລະກິດ
XANH SM SOLE CO., LTD

ວິຊາການບໍ່ແຮ່ Geologist
ບໍລິສັດ ແມ່ຂອງລາວ ພັດທະນາ ກຣຸບ ຈຳກັດຜູ້ດຽວ