
Trading Company Staff Position
ບໍລິສັດ ທຣີຄອນທິເນັນໂທ ການຄ້າ ຈຳກັດ

ສາມາດເບີ່ງລາຍລະອຽດ ແລະ ສະໝັກໄດ້ທີ່ Website: https://careers.unitel.com.la/lo ຫຼືສະແກນ QR ດ້ານລຸ່ມ ຫຼື ສາມາດມາຍື່ນເອກະສານດ້ວຍຕົນເອັງໄດ້ທີ່ ສໍານັກງານໃຫຍ່ ບ້ານໂພນໃຊ,ເມືອງໃຊເສດຖາ, ນະຄອນຫຼວງວຽງຈັນ E-mail: [email protected] ເບີໂທຕິດຕໍ່ : 02097978936 ສອບຖາມລາຍລະອຽດດ້ານການສະໝັກພະນັກງານໄດ້ໃນໂມງລັດທະການ ເປົ້າໝາຍຂອງຕຳແໜ່ງ: ສ້າງພາບລັກທີ່ດີຂອງບໍລິສັດຜ່ານສື່ມວນຊົນ ແລະ ສ້າງຄວາມຜູກພັນຂອງພະນັກງານ ຜ່ານການສື່ສານພາຍໃນ. ລາຍລະອຽດວຽກ ດ້ານ PR ສື່ມວນຊົນ: 1. ວາງແຜນ PR ປະຈຳໄຕມາດ/ປີ ໃຫ້ສອດຄ່ອງກັບຈຸດສຳຄັນທາງທຸລະກິດ, ການເປີດຕົວຜະລິດຕະພັນ ແລະ ງານຕ່າງໆ. 2. ຂຽນຖະແຫຼງການຂ່າວ, ບົດ PR, ບົດສຳພາດ, ບົດກ່າວຄຳເຫັນ ໃຫ້ຄະນະບໍລິຫານ. 3. ສ້າງ ແລະ ຮັກສາສາຍພົວພັນກັບນັກຂ່າວ, ບັນນາທິການ ແລະ ອົງການສື່ມວນຊົນ; ຄຸ້ມຄອງລາຍຊື່ສື່ (media list). 4. ສັ່ງລົງບົດຄວາມ, ຕິດຕາມການເຜີຍແຜ່, ຈັດງານຖະແຫຼງຂ່າວ ແລະ ເຊີນສື່ມວນຊົນເຂົ້າຮ່ວມງານ. 5. ຕິດຕາມຂ່າວສານກ່ຽວກັບບໍລິສັດ ແລະ ຄູ່ແຂ່ງໃນສື່ມວນຊົນ (media monitoring); ລາຍງານທຸກອາທິດ. 6. ມີສ່ວນຮ່ວມໃນການຈັດການວິກິດການສື່ສານ: ຮ່າງຂໍ້ຄວາມ, ຄຳຖາມ – ຄຳຕອບ (Q&A), ປະສານງານການໃຫ້ສຳພາດ/ຖະແຫຼງ. ດ້ານການສື່ສານພາຍໃນ: 1. ວາງແຜນການສື່ສານພາຍໃນປະຈຳປີ, ປະສານງານກັບ HR ຕາມໂຄງການວັດທະນະທຳອົງກອນ. 2. ຜະລິດເນື້ອຫາສຳລັບຊ່ອງທາງພາຍໃນ: ອີເມວ, ຈົດໝາຍຂ່າວ, ກຸ່ມແຊັດ/Workplace, ເວັບໄຊພາຍໃນ, ກະດານຂ່າວຫ້ອງການ. 3. ຖ່າຍທອດຂໍ້ຄວາມຈາກຄະນະບໍລິຫານ, ນະໂຍບາຍໃໝ່, ຜົນງານ ແລະ ພະນັກງານດີເດັ່ນ. 4. ປະສານງານກັບທີມ Event ໃນການຈັດງານພາຍໃນ ແລະ ລາຍງານຂ່າວກ່ອນ, ລະຫວ່າງ ແລະ ຫຼັງງານ. 5. ສຳຫຼວດລະດັບຄວາມຜູກພັນ, ເກັບກຳຄຳເຫັນຂອງພະນັກງານກ່ຽວກັບຊ່ອງທາງ ແລະ ເນື້ອຫາພາຍໃນ. ເງື່ອນໄຂ: • ຈົບປະລິນຍາຕີ ສາຂາວາລະສານສາດ, ການພົວພັນສາທາລະນະ, ການສື່ສານ ຫຼື ສາຂາທີ່ກ່ຽວຂ້ອງ. • ມີປະສົບການ PR ຢ່າງໜ້ອຍ 1 ປີ ຢູ່ບໍລິສັດ, agency ຫຼື ເຄີຍເປັນນັກຂ່າວ/ບັນນາທິການ. • ມີທັກສະການຂຽນດີຫຼາຍ: ຖືກຕ້ອງ, ຊັດເຈນ, ຖືກແບບການຂຽນຂ່າວ; ມີບົດຂຽນຕົວຢ່າງ. • ມີເຄືອຂ່າຍສາຍພົວພັນກັບສື່ມວນຊົນ, ໂດຍສະເພາະສື່ດ້ານເສດຖະກິດ ແລະ [ສື່ຂະແໜງ]. • ລະມັດລະວັງ, ຮັກສາຄວາມລັບຂອງຂໍ້ມູນ. ເງື່ອນໄຂທີ່ໄດ້ຮັບການພິຈາລະນາພິເສດ: • ເຄີຍມີສ່ວນຮ່ວມໃນການຈັດການວິກິດການສື່ສານ. • ມີປະສົບການດ້ານການສື່ສານພາຍໃນ ຫຼື ວັດທະນະທຳອົງກອນ. • ສາມາດນຳໃຊ້ ພາສາຫວຽດ ຫຼື ພາສາອັງກິດ. ທັກສະພິເສດ (Soft skills): ສື່ສານເກັ່ງ, ມີຄວາມລະອຽດອ່ອນ, ມີແນວຄິດເຊີງຍຸດທະສາດ, ຮັກສາຄວາມສະຫງົບໃນສະຖານະການທີ່ອ່ອນໄຫວໄດ້.
ພາສາ
ອັງກິດ, ຫວຽດນາມ
ລະດັບປະສົບການ
ບໍ່ໄດ້ລະບຸ
ປະສົບການ (ປີ)
1 ປີ
ການສຶກສາ
ປະລິນຍາຕີ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ຖ້າມີຍິ່ງດີ
Star Telecom Co., Ltd (Unitel Lao) is currently hiring through Job365, with its careers site hosted at careers.unitel.com.la and operations based in Vientiane. Its postings suggest a focus on telecommunications, with open roles in areas such as marketing system management, telecom business operations, legal counsel, digital growth marketing, and trade and event management. Hiring spans categories that include Banking & Finance and Engineering & IT, with positions based in Vientiane Capital. The company’s own job advertisements describe a professional work environment and emphasize benefits such as training in sales skills and product knowledge, negotiable or competitive income based on qualifications, and clear career advancement opportunities. They also mention full benefits and entitlements per company regulations, as well as comprehensive company welfare for successful candidates. This profile was auto-compiled from public job postings and has not yet been verified by the company.

ບໍລິສັດ ທຣີຄອນທິເນັນໂທ ການຄ້າ ຈຳກັດ
Saiwang Electrical Appliances Trading Co., Ltd
