

ພະນັກງານຝຶກງານຂອງໂຄງການ ປະຈຳແຂວງໄຊຍະບູລີ
Swisscontactກ່ຽວກັບຕຳແໜ່ງ
ພາລະກິດຂອງພວກເຮົາແມ່ນສົ່ງເສີມ ແລະ ສ້າງສັກກະຍະພາບດ້ານແນວຄິດລິເລີ່ມໃຫ້ພາກເອກະຊົນເພື່ອການພັດທະນາເສດຖະກິດແບບຍືນຍົງ, ມີລັກສະນະບູລະນາການ ແລະ ທຸກຄົນມີສວ່ນຮ່ວມ. ສະວິດຄອນແທັກ ແມ່ນອົງການບໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ, ໂດຍມີຕົວແທນຢູ່ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ ໄດ້ຮັບການສ້າງຕັ້ງ ແລະ ດຳເນີນພາລະກິດຕັ້ງແຕ່ປີ 1959. ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ. ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ ( VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີ ວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ, ຮຽນຈົບຊັ້ນປະຖົມ ແລະ/ຫຼື ມັດທະຍົມຕອນຕົ້ນ (ຜູ້ທີ່ຮຽນບໍ່ຈົບ ມ.ຕົ້ນ) ແລະ ມີລາຍໄດ້ຕ່ຳ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາຂອງຜູ້ໄດ້ຮັບຜົນປະໂຫຍດ. ທ່ານສາມາດສຶກສາຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການໄດ້ທີ່: https://bit.ly/443BFPN . ເປີດຮັບສະໝັກ: ພະນັກງານຝຶກງານຂອງໂຄງການ ປະຈຳແຂວງໄຊຍະບູລີ ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສຶກສາ ທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບ ອົງການຈັດຕັ້ງສາກົນ . ການເລີ່ມເຮັດວຽກ : ທັນທີ ໄລຍະເວລາຂອງສັນຍາ : 6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ . ສະຖານທີ່ເຮັດວຽກ : ໂຮງຮຽນເຕັກນິກ-ວິຊາອາຊີບແບບປະສົມ ແຂວງ ໄຊຍະບູລີ ບ້ານ ສວນ, ເມືອງ ແລະ ແຂວງ ໄຊຍະບູລີ ສະຫວັດດີການ : ຈະໄດ້ຮັບເງິນເບ້ຍລ້ຽງຫລາຍກວ່າ 5 , 000,000 ກີບ/ເດືອນ , ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ , ການກວດສຸຂະພາບປະຈໍາປີ. ໜ້າວຽກລວມ ພະນັກງານຝຶກງານຂອງໂຄງການມີໜ້າທີ່ຊ່ວຍວຽກຂອງໂຄງການ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານ ລວມເຖິງວຽກງານພາຍໃນ ຕາມການຊີ້ນໍາຂອງພະນັກງານຜູ້ປະສານງານໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິຫານ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການ. ຄວາມຮັບຜິດຊອບ ແລະ ໜ້າວຽກຂອງພະນັກງານຝຶກງານຂອງໂຄງການມີດັ່ງນີ້: ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ. ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ເຂົ້າເຖິງໄດ້ງ່າຍ. ສະໜັບສະໜູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ). ຊ່ວຍກະກຽມກອງປະຊຸມຂອງໂຄງການ ແລະ ການປະສານງານການຝຶກອົບຮົມ ແລະ ກອງປະຊຸມໂດຍການຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ອຸປະກອນຕ່າງໆ. ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ. ປະສານງານກັບທີມງານບໍລິຫານຂອງ ສະວິດຄອນແທັກ ນະຄອນຫຼວງວຽງຈັນ. ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ. ເງື່ອນໄຂຂອງຜູ້ສະໝັກ ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ) . ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ. ລະດັບຄວາມຮູ້ພື້ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Fax, Internet, Microsoft Office). ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ. ເຕັມໃຈທີ່ຈະສະໜັບສະໜູນຕາມການມອບໝາຍຂອງໂຄງການ. ມີຄວາມກະຕື້ລືລົ້ນ ແລະ ມັກຮັກໃນການຮຽນຮູ້. ການຮັບສະໝັກ ກະລູນາສົ່ງຮ່າງຊີວະປະຫວັດສະໝັກວຽກ (CV) ແລະ ເອກະສານທີ່ກ້ຽວຂ້ອງກັບການສະໝັກວຽກ. ວິທີສົ່ງ ແບບທີ 1: ສາມາດສົ່ງຂໍ້ມູນທາງອີເມວ [email protected] . ກະລຸນາຂຽນຫົວຂໍ້ສະໝັກວ່າ: Job applicant: Internship XBL for VTESS Project ວິທີສົ່ງ ແບບທີ 2: ສາມາດສົ່ງເອກະສານສະໝັກວຽກໄດ້ທີ່ ໂຮງຮຽນເຕັກນິກ-ວິຊາອາຊີບແບບປະສົມ ແຂວງ ໄຊຍະບູລີ, ບ້ານ ສວນ, ເມືອງ ແລະ ແຂວງ ໄຊຍະບູລີ . ນໍາຜູ້ປະສານງານຂັ້ນແຂວງໄດ້. ເບີໂທ: 856 20 22 556 600. ພວກເຮົາຈະຕິດຕໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັ້ນ! ວັນປິດຮັບສະໝັກແມ່ນ ວັນທີ 3 ກໍລະກົດ 2026 ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ
ທັກສະ
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ມີປະສົບການ (ບໍ່ແມ່ນຜູ້ບໍລິຫານ)
ປະສົບການ (ປີ)
3 – 5 ປີ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
ເຕັມເວລາ
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ເຫດໃດທ່ານຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງທ່ານສຳລັບຕຳແໜ່ງນີ້.
Swisscontact is an independent, business-oriented foundation for international development cooperation, headquartered in Zurich, Switzerland. Founded in 1959 by leading Swiss companies and civil society, the organization promotes skills development and entrepreneurship to make a sustainable contribution to economic growth in developing and emerging countries. With a global reach spanning 41 countries and 131 active projects, Swisscontact employs approximately 1,200 staff — 95% of whom are local employees. The organization has an annual turnover of approximately CHF 105 million, with around 20% coming from private funding. Swisscontact combines Swiss values of quality, partnership, and efficiency with international experience and deep local roots. In Laos, Swisscontact implements projects focused on skills development, vocational education, enterprise development, and the green transition. The organization works closely with international donors, public institutions, companies, and foundations to create inclusive, sustainable economic opportunities.
ວຽກທີ່ຄ້າຍຄືກັນ

